ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທໍາລາຍສວນຝິ່ນ 8 ເຮັກຕາຢູ່ 2 ຈຸດພາຍໃນເມືອງຊໍາເໜືອ

Feb 10, 2025

ວັນທີ 4 – 5 ກຸມພາ 2025ນີ້, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫົວພັນ, ສົມທົບກັບ ປກສ ເມືອງ ແລະ ທະຫານເມືອງຊໍາເໜືອ, ອົງການປົກຄອງບ້ານ, ປກສ-ປກຊ ບ້ານ ຈໍານວນ 31 ສະຫາຍ, ເຄື່ອນໄຫວລທໍາລາຍໄຮ່ຢາຝິ່ນທີ່ປະຊາຊົນລັກລອບປູກຢູ່ກຸ່ມບ້ານຫົວຊຽງ, ຈຸດບ້ານຄັງທີ່, ເມືອງຊໍາເໜືອ, ແຂວງຫົວພັນ, ຈໍານວນ 10 ຕອນ, ມີເນື້ອທີ່ທັງໝົດ 5 ເຮັກຕາ ແລະ ກຸ່ມບ້ານໜອງຄ້າງ, ຈຸດບ້ານລ້ອງເມົ່າ, ເມືອງຊໍາເໜືອ, ຈໍານວນ 5 ຕອນ,ມີເນື້ອປະມານ 3 ເຮັກຕາ.
ນອກຈາກທີ່ທໍາລາຍໃນຄັ້ງນີ້ ຍັງມີອີກຫຼາຍຈຸດຍັງບໍ່ທັນໄດ້ທໍາລາຍຢູ່ຂອບເຂດບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ຢູ່ຫ່າງໄກຊອກຫຼີກ, ສະນັ້ນ ປກສ ແຂວງຫົວພັນ ເຊິ່ງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງຕ້ອງໄດ້ເຄື່ອນໄຫວໃຫ້ທັນກັບລະດູການ ແລະ ເຮັດໃຫ້ຫຼຸດໜ່ອຍຖອຍລົງເທື່ອລະກ້າວ.
Cr: ຂ່າວ ປກສ ແຂວງຫົວພັນ