ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນລົງທຶນຫຼາຍເປັນອັນດັບທີ 1 ຢູ່ແຂວງອຸດົມໄຊ

Feb 10, 2025

ປີ 2024 ຜ່ານມານີ້, ແຂວງອຸດົມໄຊ ສາມາດດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 221 ໂຄງການ, ມູນຄ່າການລົງທຶນ 5 ຕື້ກວ່າກີບ, ກວມເອົາ 84.1% ຂອງການລົງທຶນທັງໝົດພາຍໃນແຂວງ, ໃນນັ້ນ: ກິດຈະການຄວບຄຸມ ແລະ ສໍາປະທານ 17 ໂຄງການ, ມູນຄ່າທັງໝົດ 4,9 ຕື້ກວ່າກີບ ເຊິ່ງມີບັນດາໂຄງການສົ່ງເສີມການປູກພືດກະສິກໍາ ຢູ່ເມືອງຮຸນ, ໂຄງການພັດທະນາຕາດນໍ້າແຮງ ບ້ານນາຊຽງດີ ເມືອງຮຸນ, ໂຄງການກໍ່ສ້າງເຂດບໍລິການຄ່ຽນຖ່າຍສິນຄ້າ, ສາງພັກສິນຄ້າ, ຂົນສົ່ງສິນຄ້າ ແລະ ບໍລິການຈອດລົດຂົນສົ່ງສິນຄ້າ ຢູ່ເມືອງໄຊ ແລະ ເມືອງນາໝໍ້, ໂຄງການກໍ່ສ້າງ ໂຮງແຮມແລກມາກ ຢູ່ເມືອງໄຊ, ໂຄງການຂຸດຄົ້ນຫີນປູນຢູ່ເມືອງນາໝໍ້ ແລະ ໂຄງການສໍາຫຼວດແຮ່ຄໍາ ແລະ ແຮ່ ຕິດພັນ ຢູ່ເມືອງປາກແບງ.
ນອກຈາກນີ້ ແຂວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບັນດາບໍລິສັດ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ຈໍານວນ 13 ໂຄງການ (ໃນນັ້ນ: ຂັ້ນສູນກາງ 6 ໂຄງການ ແລະ ຂັ້ນ ແຂວງ 7 ແຂວງ) ຄື: ໂຄງການສໍາຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ໂຄງການພະລັງ ງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງແບງ, ໂຄງການສຶກສາ, ສໍາຫຼວດ ແລະ ພັດທະນາໂຄງ ການເຂດນິຄົມອຸດສາຫະກຳເຄມີຢູ່ເມືອງງາ ແລະ ອື່ນໆ.
ທ່ານ ນາງ ຈັນທະລາ ໄຊບຸນເຮືອງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍດົນມານີ້ວ່າ: ການລົງທຶນຂອງພາກເອກະຊົນຢູ່ແຂວງອຸດົມໄຊ ຫລາຍກວ່າໝູ່ແມ່ນການລົງທຶນຈາກຫົວໜ່ວຍທຸລະກິດຈີນ ເຊິ່ງກວມເອົາຫລາຍກວ່າ 75% ຂອງການລົງທຶນເອກະຊົນທັງໝົດ. ຮອງລົງມາແມ່ນຈາກຫວຽດນາມ, ຍີ່ປຸ່ນ, ໄທ ແລະ ອື່ນໆ. ໃນນີ້ ທີ່ລົງທຶນຫລາຍກວ່າໝູ່ແມ່ນຂະແໜງກະສິກໍາ, ຮອງລົງມາແມ່ນອຸດສາຫະກໍາ, ບໍລິການທ່ອງທ່ຽວ ແລະ ກິດຈະການໃໝ່ຄືພະລັງງານໄຟຟ້າສະອາດ (ພະລັງງານແສງຕາເວັນ ແລະ ພະລັງງານລົມ).
ທ່ານກ່າວຕື່ມວ່າ: ປັດຈຸບັນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປລົງທຶນຢູ່ແຂວງອຸດົມໄຊ ນັບມື້ເພີ່ມຂຶ້ນ ໂດຍສະເພາະພາຍຫລັງເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ເນື່ອງຈາກພາຍໃນແຂວງມີທ່າແຮງຫລາຍຢ່າງ ໂດຍສະເພາະໃນດ້ານຊັບພະຍາກອນທໍາມະຊາດ ແລະ ເນື້ອທີ່ດິນທີ່ເໝາະສົມກັບການສົ່ງເສີມດ້ານກະສິກໍາ, ນອກຈາກນີ້ ຍັງມີລົດໄຟລາວ-ຈີນ ທີ່ຊ່ວຍໃຫ້ການສົ່ງອອກສິນຄ້າພາຍໃນແຂວງມີຄວາມສະດວກສະບາຍຫລາຍເມື່ອທຽບໃສ່ເມື່ອກ່ອນ.
May be an image of 2 people and text