ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດຕະຫຼາດນັດໃນໂອກາດເທສະການບຸນປັ້ນເຂົ້າຈີ່ໃຫຍ່

Feb 10, 2025

ຕອນເຊົ້າຂອງວັນທີ 9 ກຸມພາ 2025, ຄະນະຮັບຜີດຊອບການຈັດງານເທສະການ ບຸນປັ້ນເຂົ້າຈີ່ໃຫຍ່ປະຈຳປີ 2025 ເມືອງບໍ່ແຕນ, ແຂວງໄຊຍະບູລີ ໄດ້ຈັດພິທີເປີດຕະ ຫຼາດນັດຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງໄຊຍະບູລີ.
ການຈັດງານຄັ້ງນີ້ ເພື່ອເປັນການສ້າງບັນຍາກາດ ແລະ ປະກອບສ່ວນເຂົ້າໃນງານເທດສະການງານບຸນປັ້ນເຂົ້າຈີ່ໃຫຍ່ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການປຸກລະດົມການສ້າງຜະລິດຕະພັນສິນຄ້າພູມປັນຍາທີ່ເປັນເອກະລັກຂອງທ້ອງຖິ່ນ ຕິດພັນກັບການດຳລົງຊີວິດຂອງປະຊາຊົນເພື່ອກ້າວໄປເປັນສິນຄ້າໜຶ່ງເມືອງ, ໜຶ່ງຜະຫຼິດຕະພັນ ແລະ ເປັນບ່ອນແລກປ່ຽນຊື້-ຂາຍສິນຄ້າຂອງຜູ້ປະກອບການ ແລະ ປະຊາຊົນຊັ້ນຄົນຕ່າງໆ ທີ່ມາທ່ຽວຊົມງານເທດສະການບຸນປັ້ນເຂົ້າຈີ່ໃຫຍ່ຂອງເມືອງບໍ່ແຕນ.
ງານດັ່ງກ່າວ ໄດ້ຈັດຂຶ້ນເປັນປີທີ 10 ແລ້ວ ເຊິ່ງມີຫຼາກຫຼາຍກິດຈະກຳທີ່ຈັດ ເຊັ່ນ: ຮູບຈຳລອງເຂົ້າຈີ່ໃຫຍ່, ການແຫ່ກອ້ນກຳລັງຂອງແຕ່ລະບ້ານ, ການປະກວດທິດາເຂົ້າຈີ່, ການສະແດງສີລະປະວັນນະຄະດີ, ການແຂ່ງຂັນກິລາພື້ນເມືອງ, ກິລາຊວນຫົວ ແລະ ການສະແດງກາງແຈ້ງຂອງນ້ອງນັກຮຽນ ເຊິ່ງງານດັ່ງກ່າວຈະມີການຄົບງັນຕະຫຼອດ 5 ວັນ 4 ຄືນ.
Cr: ສາຍຄຳ ບຸນຍາວົງ.