ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຸ່ມນັກທ່ອງທ່ຽວຈາກອາຊຽນສາມາດທ່ອງທ່ຽວກິ່ງແຂວງສິບສອງພັນນາຂອງຈີນໂດຍຍົກເວັ້ນວິຊາ

Feb 11, 2025

ກຸ່ມນັກທ່ອງທ່ຽວຈາກອາຊຽນສາມາດທ່ອງທ່ຽວກິ່ງແຂວງສິບສອງພັນນາຂອງຈີນໂດຍຍົກເວັ້ນວິຊາ
ອົງການຄຸ້ມຄອງຊາວເຄື່ອນຍ້າຍຖິ່ນຖານແຫ່ງຊາດຈີນ ໄດ້ອອກແຈ້ງການໃນວັນທີ 10 ກຸມພານີ້ ໂດຍລະບຸວ່າ: ນັບແຕ່ວັນທີ 10 ກຸມພານີ້ເປັນຕົ້ນໄປ ໄດ້ຈັດຕັ້ງປະຕິບັດນະໂຍບາຍຍົກເວັ້ນວິຊາຕໍ່ກຸ່ມນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນທີ່ເດີນທາງເຂົ້າໄປທ່ອງທ່ຽວຢູ່ກິ່ງແຂວງສິບສອງພັນນາ ແຂວງຢູນນານຂອງຈີນ.
ກຸ່ມນັກທ່ອງທ່ຽວທີ່ມີ 2 ຄົນຂຶ້ນໄປຈາກ 10 ປະເທດອາຊຽນທີ່ຖືໜັງສືຜ່ານແດນທົ່ວໄປ ແລະ ຈັດຕັ້ງຕ້ອນຮັບໂດຍບໍລິສັດທ່ອງທ່ຽວຂອງຈີນ ສາມາດເຂົ້າ-ອອກເມືອງແບບຍົກເວັ້ນວິຊາຜ່ານດ່ານສະໜາມບິນສາກົນກາຊາສິບສອງພັນນາ, ດ່ານທາງລົດໄຟບໍ່ຫານ ແລະ ດ່ານທາງຫຼວງບໍ່ຫານ, ຂອບເຂດການທ່ອງທ່ຽວແມ່ນກິ່ງແຂວງສິບສອງພັນນາ, ໄລຍະເວລາທ່ອງທ່ຽວບໍ່ໃຫ້ເກີນ 6 ວັນ.
ອົງການດັ່ງກ່າວໃຫ້ຮູ້ອີກວ່າ: ຕໍ່ໄປ, ຈີນຈະດຶງດູດຊາວຕ່າງປະເທດຫຼາຍໃຫ້ເຂົ້າໄປ ທ່ຽວຊົມ ແລະ ດຳເນີນທຸລະກິດຢູ່ຈີນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອເພີ່ມພະລັງແຮງໃໝ່ຢ່າງຕໍ່ເນື່ອງເຂົ້າໃນຕະຫຼາດທ່ອງທ່ຽວພາຍໃນ, ຮັບໃຊ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ແລະ ການພັດທະນາຢ່າງມີຄຸນນະພາບສູງຂອງຈີນ.
ທີ່ມາ: CMG