ຄົວເຮືອນທຸກຍາກຢູ່ເມືອງໄຊ ຍັງເຫຼືອພຽງ 9% ເທົ່ານັ້ນ

ທ່ານ ພົມມະສຸກ ມອນຈັນດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆໄຊ, ແຂວງອຸດົມໄຊ ໃຫ້ຮູ້ໃນໂອກາດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIII (2020-2024) ຂອງເມືອງ ໄຊ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊ ຄັ້ງທີ XIV ໃນວັນທີ 10 ກຸມພາ 2025 ວ່າ: ໃນການແກ້ໄຂຄວາມທຸກຍາກແມ່ນ ການພັດທະນາເປັນຈຸດສູມສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢູ່ເມືອງໄຊ ເຊິ່ງມາຮອດປັດຈຸບັນ ສາມາດແກ້ບ້ານທຸກເປັນບ້ານພົ້ນທຸກໄດ້ 79 ບ້ານ ກວມເອົາ 81.44%, ຍັງມີບ້ານທຸກຍາກ 18.56% ແລະ ຄົວເຮືອນທຸກຍາກຍັງເຫຼືອ 9%, ສ້າງບ້ານພັດ ທະນາໄດ້ 44 ບ້ານ ເທົ່າກັບ 45% ສ້າງຄອບຄົວພັດທະນາບັນລຸ 65%, ປະກາດບ້ານຫຼັກ 32 ເປັນຕົວເມືອງນ້ອຍໃນຊົນນະບົດ, ມີກອງທຶນພັດທະນາບ້ານ 39 ກອງທຶນມີສະມາຊິກກອງທຶນ 2,145 ຄົນ ແລະ ມີເງິນກອງທຶນ 5.38 ຕື້ກີບ.
ສໍາລັບເມືອງໄຊ ແມ່ນເມືອງເທດສະບານຂອງແຂວງອຸດົມໄຊ ເຊິ່ງຜ່ານມາອົງ ການປົກຄອງແຂວງໄດ້ສ້າງເມືອງພົ້ນທຸກ ຕາມມະຕິ 82/ສພຊ ໂດຍສາມາດສ້າງເມືອງໄຊ ເປັນເມືອງພົ້ນທຸກ. ປັດຈຸບັນກໍາລັງລໍຖ້າຂໍ້ຕົກລົງຮອງຮັບຈາກລັດຖະບານ.





