ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ.

Feb 11, 2025

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ຢູ່ແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 10 ກຸມພາ 2025 ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ທ່ານ ພອນແກ້ວ ອິນທະລັງສີ ຮອງຜູ້ບໍລິຫານງານຝ່າຍລາວ ຕາງໜ້າ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ພ້ອມດ້ວຍພະນັກງານພາຍໃນບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ຈາກທ່ານ ພອນແກ້ວ ອິນທະລັງສີ ໃຫ້ກັບທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຊາບ ຊຶ່ງພາຍຫຼັງທີ່ໄດ້ເຊັນເຊັນສັນຍາ MOU ໃນປີ 2020 ແລະ ເຊັນສັນຍາ CA ໃນ ປີ2023 ທາງບໍລິສັດໄດ້ປະຕິບັດມອບພັນທະໃຫ້ແກ່ລັດຖະບານ ແລະ ແຂວງໄຊສົມບູນ ຕາມສັນຍາ ບໍລິສັດສາມາດປ້ອນແຮ່ໄດ້ 600 ໂຕນຕໍ່ມື້ພາຍ ໃນປີ 2024 ບໍລິສັດ ໄດ້ປ້ອນແຮ່ດິບເຂົ້າໂຮງງານທັງຫມົດ 161.000 ໂຕນ, ໄດ້ເປີດເຕົາຫຼອມ 03 ຄັ້ງ ສາມາດເກັບກູ້ຜະລິດຕະພັນແຮ່ຄໍາທັງຫມົດ 169 ກິໂລ ຊຶ່ງຄຸນ ນະພາບຂອງແຮ່ຄໍາແມ່ນ 70% ແລະ ໄດ້ມອບໃຫ້ແກ່ລັດຖະບານ ແລະ ແຂວງ ຕາມສັນຍາ 03 ຄັ້ງ ລວມທັງໝົດ 23,5 ກິໂລ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມສະ ດວກສະບາຍ ແນ່ໃສການຮັກສາຜົນສະທ້ອນຕໍ່ສິ່ງແວດລ້ອມ ແລະ ທຳມະຊາດ ໃຫ້ຕຳທີ່ສຸດ.
Cr: ຄຳໝັ້ນ ພຽງພິລາ