ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີ ເມືອງດາກຈຶງ ມີຄະດີອາຍາເກີດຂຶ້ນ 99 ເລື່ອງ ກັກຜູ້ຖືກຫາໄດ້ 129 ຄົນ

Feb 11, 2025

5 ປີ ເມືອງດາກຈຶງ ມີຄະດີອາຍາເກີດຂຶ້ນ 99 ເລື່ອງ ກັກຜູ້ຖືກຫາໄດ້ 129 ຄົນ
ໃນ 5 ປີ (2020-2024) ຜ່ານມາ, ທົ່ວເມືອງດາກຈຶງ ແຂວງເຊກອງ ມີຄະດີອາຍາເກີດຂຶ້ນທັງໝົດ 99 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 129 ຄົນ, ຢຶດຂອງກາງລົດໃຫຍ່ໄດ້ 1 ຄັນ, ລົດຈັກ 2 ຄັນ, ປືນສັ້ນ 1 ກະບອກ, ລູກປືນ 36 ລູກ ແລະ ງ້າວ 2 ດວງ; ມີອຸປະຕິເຫດເກີດຂຶ້ນ 120 ເລື່ອງ, ພາຫະນະເປ້ເພ 195 ຄັນ, ມີຄົນໄດ້ຮັບບາດເຈັບ 200 ຄົນ, ຍິງ 17 ຄົນ ໃນນີ້, ເສຍຊີວິດ 22 ຄົນ, ມູນຄ່າເສຍຫາຍ 1,8 ຕື້ກວ່າກີບ ແລະ ມີອັກຄີໄພເກີດ ຂຶ້ນ 6 ຄັ້ງ, ມູນຄ່າເສຍຫາຍ 2,9 ຕື້ກວ່າກີບ.
ສະຫາຍ ພັທ ບຸນທະວີໃສ ພົມມະວົງສາ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ໃຫ້ຮູ້ໃນໂອກາດປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງດາກຈຶງ ຄັ້ງທີ XVI ໃນວັນທີ 10 ກຸມພາ ນີ້ວ່າ: ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໄລຍະ 5 ປີຜ່ານມາ, ສາມາດເລີກຮື້ມ້າງຄະດີຢາເສບຕິດໄດ້ 47 ເລື່ອງ, ກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 2 ຄົນ, ຢຶດຂອງກາງປະ ເພດຢາບ້າໄດ້ 24.029 ເມັດ; ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກການມົ້ວສຸມຢາເສບຕິດໄດ້ 128 ຄົນ, ຍິງ 7 ຄົນ; ສົ່ງຜູ້ຕິດຢາເສບຕິດໄປສູນບໍາບັດຢາເສບຕິດ ຫລັກ 33 ແຂວງສະຫວັນ ນະເຂດ 8 ຄົນ, ສູນບໍາບັດແຂວງເຊກອງ 1 ຄົນ; ສ້າງບ້ານປອດຢາເສບຕິດໄດ້ 12 ບ້ານ 751 ຄອບຄົວ.
ພ້ອມກັນນີ້, ໄດ້ເຄື່ອນໄຫວເກັບກໍາ, ກວດກາ, ຄຸ້ມຄອງ ແລະ ຂຶ້ນບັນຊີຄົນຕ່າງປະເທດ ມາພັກເຊົາ, ຄ້າ-ຂາຍ ແລະ ດໍາເນີນທຸ ລະກິດພາຍໃນເມືອງ; ຂຶ້ນສໍາມະໂນຄົວ, ອອກບັດປະຈໍາຕົວໃຫ້ພົນລະເມືອງລາວ; ທ້ອນໂຮມອາວຸດທີ່ໃຊ້ລ່າສັດ, ໝໍ້ຊັອດປາ; ປະເມີນບ້ານປ້ອງກັນຄວາມສະຫງົບ ແລະ ຈັດສົ່ງພະນັກງານລົງປະຈໍາຢູ່ຫ້ອງການຕ້ານອາດຊະຍາກໍາລຽບຊາຍແດນ.
ພາບ-ຂ່າວ: ເຊກອງ