ສະຫາຍ ສົມຄິດ ກັນສະໜິດ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງໄຊ

ໃນວັນທີ 10 ກຸມພາ 2025 ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງໄຊ ແຂວງ ອຸດົມໄຊ ຄັ້ງທີ XIV. ພາຍຫຼັງທີ່ຄະນະພັກຊຸດເກົ່າຂື້ນລາໜ້າທີ ໃນກອງປະຊຸມ ສະຫາຍ ພູວົງ ໄພມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະສະໝັກເລືອກຕັ້ງ, ຜ່ານມະຕິຮັບຮອງບຸກຄະລາກອນຈະສະໝັກເລືອກຕັ້ງຄະນະພັກຊຸດໃໝ່ ແລະ ຜ່ານມາດຖານເງື່ອນໄຂຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງ ຊຶ່ງເປັນການປະຕິບັດຕາມລະບຽບຫລັກການຈັດຕັ້ງນຳພາຂອງພັກ, ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນບຸກຄະລາກອນຜູ້ທີ່ມີຜົນງານດີເດັ່ນ ປະກອບເຂົ້າໃນຄະນະພັກຊຸດໃໝ່ ໃຫ້ຖືກຕ້ອງຕາມມາດຖານ ເງື່ອນໄຂທີ່ໄດ້ກຳນົດໄວ້ ໃນກົດລະບຽບຂອງພັກ.
ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 32 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ 27 ສະຫາຍ, ຍິງ 4 ສະຫາຍ.
ຜູ້ແທນກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ທີ່ຈະໄຂຂຶ້ນໃນຕໍ່ໜ້າ, ຜູ້ແທນສົມບູນ ຈຳນວນ 24 ສະຫາຍ, ຍິງ 4 ສະຫາຍ, ຜູ້ແທນສຳຮອງ 2 ສະຫາຍ
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງຄະນະປະຈຳພັກເມືອງ ຈຳນວນ 9 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມໄດ້ຮັບຮອງເອົາ ສະຫາຍ ສົມຄິດ ກັນສະໜິດ ເປັນເລຂາຄະນະບໍລິ ຫານງານພັກເມືອງໄຊ, ສະຫາຍ ສົມຈັນ ເທບພາລີ ແລະ ສະຫາຍ ປອ ນ. ວຽງມະລີ ສຸລິໄຊ ເປັນຮອງເລຂາພັກເມືອງ. ຮັບຮອງເອົາ ສະຫາຍ ບຸນທອງ ບຸນໄຊທິບ ເປັນປະ ທານຄະນະກວດກາພັກ, ສະຫາຍ ຈັນທີ ດາວວົງເດືອນ ແລະ ສະຫາຍ ພອນປະສິດ ຈິດຕະພັນ ເປັນຮອງປະທານ ຄະນະກວດກາພັກ ຊຸດໃໝ່.
Cr: ຄຳພູສະຫວັນ ເພັນສະຫວັດ





