ຄະນະນໍາແລະນັກກິລາຈາກປະເທດໃນອາຊີເຂົ້າຮ່ວມງານກິລາເອຊຽນເກມລະດູໜາວ ພ້ອມກັບສະເຫຼີມສະຫຼອງບຸນກຸດຈີນ

ວັນທີ 10 ກຸມພານີ້, ໃນໄລຍະຈັດງານກິລາເອຊຽນເກມລະດູໜາວ ຄັ້ງທີ 9 ທີ່ຈັດຈຶ້ນຢູ່ນະຄອນຮາບິນ, ແຂວງເຮີ່ຍລົງຈ່ຽງ, ສປ ຈີນ, ໄດ້ມີກິດຈະກຳແລກປ່ຽນວັດທະນະທຳ ພາຍໃຕ້ຫົວຂໍ້ “ງານກິລາເອຊຽນເກມລະດູໜາວພົບກັບບຸນກຸດຈີນທີ່ເປັນມໍລະດົກວັດທະນະທຳນາມມະທຳໂລກ” ຢ່າງຟົດຟື້ນ. ນັກກິລາ, ເຈົ້າໜ້າທີ່ ແລະຜູ້ຕາງໜ້າສື່ມວນຊົນ ເກືອບ 20 ທ່ານ ທີ່ມາຈາກຫຼາຍປະເທດໃນອາຊີ ເຊັ່ນ: ມົງໂກຣີ, ໄທ, ຟີລິບປິນ, ຫວຽດນາມ, ອິນເດຍ, ເນປານ ແລະອື່ນໆ ຫຼັງຈາກເຂົ້າຮ່ວມງານກິລາແລ້ວ, ໄດ້ຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນທ່າມກາງຫິມະ ແລະ ນ້ຳກ້ອນທີ່ໜາວເຢັນ.
ແຂກທັງຫຼາຍໄດ້ລອງເຮັດຫຼາຍຢ່າງ ເຊັ່ນ: ຄວັດຮູບນ້ຳກ້ອນ, ຮູບນ້ຳຕານ, ຮູບເຟືອງ, ເຈ້ຍຕັດ ແລະອື່ນໆ. ຊິມໝາກຈອງແລະ ໝາກພັບແຊ່ແຂງ, ສຳຜັດກັບຮີດຄອງປະເພນີຂອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ.
Cr: CMG






