ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ມົງໂກລີ ສືບຕໍ່ຮ່ວມມືວຽກງານກວດສອບ

Feb 12, 2025

ລາວ-ມົງໂກລີ ສືບຕໍ່ຮ່ວມມືວຽກງານກວດສອບ
ວັນທີ 11 ກຸມພານີ້ ທີ່ສຳນັກງານອົງການກວດສອບແຫ່ງລັດ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ໃຫ້ກຽດຮັບຕ້ອນການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ຊັກຈາວ ເຕເລັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມລາວ ລະຫວ່າງວັນທີ 10-14 ກຸມພານີ້.
ໃນການພົບປະສອງຝ່າຍ, ບໍ່ພຽງແຕ່ເປັນຂີດໝາຍໃນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ, ຫາກຍັງເປັນການຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກ້າວ ໜ້າຢ່າງບໍ່ຢຸດຢັ້ງ, ພ້ອມດຽວກັນນັ້ນ, ກໍເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ມົງໂກລີ ກໍຄືການເສີມສະຫຍາຍສາຍພົວພັນທາງການທູດ ຄົບຮອບ 63 ປີ (12/9/1962-12/9/2025).
ການພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງສະ ພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກ ງານການກວດສອບແລ້ວ, ຍັງມີກອງປະຊຸມແລກປ່ຽນຖອດຖອນ ບົດຮຽນດ້ານວິຊາການ 2 ຫົວຂໍ້ສຳຄັນຄື: 1). ການກວດສອບການຄຸ້ມຄອງດ້ານການຂຸດຄົ້ນບໍ່ແຮ່, 2). ການກຳນົດຄວາມສ່ຽງໃນການກວດສອບ, ນອກນັ້ນສອງຝ່າຍຍັງ ໄດ້ທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນສະເໜີໃຫ້ມີການຜັດປ່ຽນ ພົບປະຢ້ຽມ ຢາມ ຂອງການນໍາສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ແລະ ສະເໜີສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ແລະ ຂໍ້ມູນຂ່າວສານ ໃນຂົງເຂດວຽກງານກວດສອບແຫ່ງລັດ ດ້ວຍຮູບແບບການຝຶກອົບຮົມ ແລະ ກອງປະຊຸມແລກປ່ຽນໃນຫົວຂໍ້ທີ່ທັງສອງຝ່າຍມີຄວາມສົນໃຈ ພ້ອມທັງສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ພາຍຫຼັງສຳເລັດການພົບປະ, ສອງຝ່າຍໄດ້ຮ່ວມພິທີລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໃນຂົງເຂດວຽກງານກວດສອບແຫ່ງລັດ ລະຫວ່າງທ່ານ ວຽງ ທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ຊັກຈາວ ເຕເລັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ໂດຍການເຂົ້າຮ່ວມຂອງສອງຝ່າຍ.
ຂ່າວ: ອົງການກວດສອບ, ພາບ: ພູວງຄຳ