ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະກອບສ່ວນຊ່ວຍພັດທະນາຂົງເຂດການສຶກສາຂອງລາວ

Feb 12, 2025

ຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະກອບສ່ວນຊ່ວຍພັດທະນາຂົງເຂດການສຶກສາຂອງລາວ
ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານຂອງຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈໍາປີ 2024 ແລະ ວາງທິດ ທາງແຜນວຽກຈຸດສຸມປີ 2025 ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ, ຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະ ເທດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາປະເທດຊາດ ທາງດ້ານທືນຮອນເຂົ້າໃນການສ້າງໂຮງຮຽນ ແລະ ເຄື່ອງໃຊ້ໃຫ້ແກ່ເຂດຫ່າງໄກສອກຫຼິກຄື: ໄດ້ມອບ ໂຮງຮຽນປະຖົມ ໃຫ້ບ້ານນໍ້າຈ້າວເໜືອ, ເມືອງໝອກ ແຂວງຊຽງຂວາງ, ໂຮງຮຽນມັດທະຍົມ ເມືອງຈອມທອງ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ, ໄດ້ປະກອບທືນ 55 ລ້ານເພື່ອສ້າງໂຮງຮຽນນາສະຫວ່າງ, ເມືອງນາໝໍ້, ແຂວງອຸດົມໄຊ, ໄດ້ມອບເງີນ 65 ລ້ານກີບ ໃຫ້ເມືອງຊຽງຮອນ ເພື່ອສ້າງຂັ້ນໄດຂຶ້ນສູ່ພະເຈົ້າໃຫຍ່ ພຸດທະປາລະມີສະຣີ ທີ່ແຂວງໄຊຍະບູລີ, ມອບຜ້າຫົ່ມໃຫ້ໂຮງຮຽນມັດທະຍົມສົມບູນປາກເປັດ, ມົກສະຕຸ ແລະ ໂຮງຮຽນມັດທະຍົມສົມບູນຊຽງຮອນ ແຂວງໄຊຍະບູລີ ຈໍານວນ 17 ລ້ານກີບ
ໃນນີ້, ອັນເປັນຜົນງານ ແລະ ເປັນຂິດໝາຍປະຫວັດສາດແມ່ນຄະນະກໍາມະການສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ເປັນຄັນທຸງປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະ ເທດ ໄດ້ມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ຄັ້ງປະຖົມມະ ເລິກ ທີ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຂໍ້ມູນ: ຂ່າວສານແນວໂຮມ