ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກວດນາງສາວ ໝາກໂມຫວານ ນໍ້າຕານຫອມຫວານ ບຸນນະ ມັດສະການພຣະທາດໂຜ່ນ.

Feb 12, 2025

ປະກວດນາງສາວ ໝາກໂມຫວານ ນໍ້າຕານຫອມຫວານ ບຸນນະ ມັດສະການພຣະທາດໂຜ່ນ.
ວັນທີ 9 ກຸມພາ 2025 ເມືອງໄຊພູທອງ ແຂວງສະຫວັນນະ ເຂດໄດ້ຈັດງານປະກວດນາງສາວໝາກໂມຫວານ, ນໍ້າຕານຫອມ ຫວານ.
ການຈັດງານປະກວດຄັ້ງນີ້ ເປັນປີທີ 2. ມີຜູ້ເຂົ້າປະກວດທັງ ໝົດ 12 ຄົນ, ການຄັດເລືອກມີສອງຮອບ, ຮອບທີ 1 ຄັດເອົາ 11 ຄົນ, ຮອບທີ 2 ຄັດເອົາ 5 ຄົນ.
ຜົນການຄັດເລືອກ:
– ອັນດັບທີ 1 ໄດ້ແກ່ໝາຍເລກ 01 ນາງສາວ ລຸລີ່ ຕ້ອມມະນີ ຄອບຄົວສົ່ງເຂົ້າປະກວດ ໄດ້ຮັບເງິນລາງວັນ 3,000,000 ກີບ ພ້ອມດ້ວຍມຸງກຸດ ແລະ ສາຍສະພາຍ.
– ອັນດັບທີ 2 ໝາຍເລກ 5 ນາງ ສາວ ທັດສະດາພອນ ຫຼ້າສະວົງ ຄອບຄົວສົ່ງເຂົ້າປະກວດ ໄດ້ຮັບລາງວັນ 2,000,000 ກີບ ພ້ອມສາຍສະພາຍ.
– ອັນດັບທີ 3 ໝາຍເລກ 7 ນາງສາວ ນິນ້າ ແສງອາລຸນ ຄອບຄົວສົ່ງເຂົ້າປະກວດ ໄດ້ຮັບເງິນລາງວັນ 1,500,000 ກີບ.
Cr: Media Laos