ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ- ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

Feb 12, 2025

ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ- ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ
ຂປລ. ກະຊວງການຕ່າງປະເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດ ຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມ ເວທີປຶກສາຫາ ລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະ ຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍນະໂຍ ບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ.
ຈຸດປະສົງການຈັດເວທີປຶກສາຫາລື ໃນຄັ້ງນີ້, ເພື່ອເປັນການໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກ ຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກບັນດາປະ ເທດຕາເວັນອອກກາງ ເຂົ້າມາ ລົງທຶນໃນຂະແໜງການຕ່າງໆທີ່ເປັນບູລິມາສິດ ແລະ ທ່າແຮງຢູ່ ສປປ ລາວ ໃຫ້ຫລາຍຍິ່ງຂຶ້ນ.
ເວທີປືກສາຫາລືດັ່ງກ່າວ, ເປັນຂິດໝາຍສໍາຄັນ ແລະ ເປັນກິດຈະກໍາ ຄັ້ງປະຖົມມະລືກ ລະຫວ່າງ ສອງ ປະເທດ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ການກະກຽມເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະ ຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບ ຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງເປັນຂີດໝາຍໃໝ່ແຫ່ງການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການ ລົງ ທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອ ເມຣັດ ອາຣັບ ອີກດ້ວຍ.
ກອງປະຊຸມຄັ້ງນີ້, ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງປະເທດ ສະຫະນະຄອນ ເອເມຣັດ ອາຣັບ ແລະ ບໍລິສັດຈາກ ສປປ ລາວ ເຂົ້າຮ່ວມ 50 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດຫລາຍກວ່າ 80 ທ່ານ.