5 ປີຜ່ານມາ ຄະນະພັກເມືອງແກ່ນທ້າວ ໄດ້ນຳພາ-ຊີ້ນຳ ການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ວິໄສທັດ ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ.

ສະຫາຍ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ ໄດ້ຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ໃນວັນທີ 10 ກຸມພາ 2025 ນີ້ ວ່າ: ຄະນະພັກເມືອງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ວິໄສທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ, ສົ່ງເສີມການປູກໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າ ຕິດພັນກັບການປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກູ່ມເປັນຟາມ ຕາມທິດສີຂຽວ ແລະ ຍືນຍົງ’’ ໄດ້ຫັນເອົາພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ລົງນໍາພາປະຊາຊົນຫັນປ່ຽນ ແລະ ນໍາໃຊ້ເຕັກນິກ-ວິທະຍາສາດເຂົ້າໃນການຜະລິດ, ເປັນຕົ້ນແມ່ນການປູກເຂົ້າ, ປູກພືດກະສິກໍາ ແລະ ພືດອຸດສາຫະກຳເປັນສິນຄ້າ ແລະ ລ້ຽງສັດໃຫຍ່ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ຍາດແຍ່ງເອົາການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການປັບປຸງລະບົບຊົນລະປະທານ ເພື່ອສະໜອງນ້ຳຫົດເນື້ອທີ່ທຳການຜະລິດໃຫ້ເພີ່ມຂຶ້ນ ໂດຍສະເພາະແມ່ນໂຄງການຊົນລະປະທານນ້ຳຊາງ ບ້ານຫ້ວຍເລິກ, ຂະບວນການສົ່ງເສີມການປູກ-ການລ້ຽງ ໄດ້ຫັນໄປສູ່ແບບເປັນກຸ່ມເປັນຟາມ, ສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ ປະເພດເຂົ້າ ແລະ ທາດຊີ້ນ ຢູ່ພາຍໃນ ແລະ ສົ່ງອອກເປັນສິນຄ້າ, ເອົາໃຈໃສ່ປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມໃຫ້ຍືນຍົງ. ດ້ານອຸດສາຫະກຳ ແລະ ການຄ້າ ໄດ້ມີການຂະຫຍາຍຕົວຕາມທິດທັນສະໄໝເປັນກ້າວໆ ເຊັ່ນ: ໂຮງອົບສາລີ, ລານຕາກມັນຕົ້ນ, ສາງເກັບຜົນຜະລິດໄດ້ຫັນໄປສູ່ລະບົບຄົບຊຸດ ສາມາດປຸງແຕ່ງຜົນຜະລິດກະສິກໍາຂັ້ນຕົ້ນສົ່ງອອກໄດ້ຫຼາຍຂຶ້ນ. ພື້ນຖານໂຄງລ່າງ, ລະບົບເສັ້ນທາງພາຍໃນເມືອງ ໄດ້ຮັບການປັບປຸງຍົກລະດັບໂດຍການນໍາພາປະຊາຊົນ ປະຕິບັດນະໂຍບາຍ ລັດ ແລະ ປະຊາຊົນພ້ອມກັນເຮັດ ໃນການກໍ່ສ້າງທາງເບຕົງເສີມເຫຼັກ, ເສີມໄມ້ໄຜ່ ແລະ ປູຫີນທາງຮ່ອມ ພາຍໃນບ້ານຢ່າງກວ້າງຂວາງ ໄດ້ທັງໝົດ 17 ບ້ານ. ນໍາພາກໍ່ສ້າງປະຕູໂຂງ ເຂົ້າເມືອງໂດຍທຶນສົມທົບຂອງ ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ ແລະ ປະຊາຊົນ. ນໍາພາປັບປຸງ ແລະ ກໍ່ສ້າງຕະຫຼາດຢູ່ພາຍໃນເມືອງ ໃຫ້ສາມາດເປັນບ່ອນແລກປ່ຽນຊື້-ຂາຍ ໄດ້ 2 ແຫ່ງ; ຂະຫຍາຍລະບົບນໍ້າປະປາ ໄປສູ່ບ້ານທີ່ຍັງບໍ່ທັນມີ ໄດ້ 4 ບ້ານ. ນໍາພາກວດກາ, ເກັບກຳຂໍ້ມູນການນຳໃຊ້ທີ່ດິນຂອງພໍ່ແມ່ປະຊາຊົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຈັດສັນທີ່ດິນ, ຂະຫຍາຍຜັງເມືອງ, ເອົາໃຈໃສ່ຄຸ້ມຄອງການເຊົ່າ ແລະ ສຳປະທານທີ່ດິນຂອງລັດຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງຄຸ້ມຄອງສິ່ງແວດລ້ອມຢ່າງເປັນລະບົບຕໍ່ເນື່ອງ. ເອົາໃຈໃສ່ນໍາພາປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດຈັດເກັບລາຍຮັບໄດ້ລື່ນແຜນການໃນແຕ່ລະປີ, ເຮັດໃຫ້ເສດຖະກິດຂອງເມືອງ ຂະຫຍາຍຕົວໃນລະດັບ 6,5 ສ່ວນຮ້ອຍ, ລວມຍອດຜົນຜະລິດພາຍໃນບັນລຸໄດ້ 1,000 ກວ່າຕື້ກີບ, ລາຍໄດ້ສະເລ່ຍໃສ່ຫົວຄົນ ປະຕິບັດໄດ້ 24,22 ລ້ານກີບ, ທຽບໃສ່ຄາດໝາຍປະຕິບັດໄດ້ 71 ສ່ວນຮ້ອຍ.
ຂ່າວ: ແກ່ນທ້າວ.






