ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ

Feb 12, 2025

ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ
ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄັ້ງທີ 3 ສະໄໝທີ IV ໄດ້ໄຂຂຶ້ນໃນວັນທີ 11 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກ ຮົບເກົ່າແຫ່ງຊາດລາວ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ກ່າວວ່າ: ກອງປະ ຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າບາງບັນຫາຕົ້ນຕໍ ເປັນຕົ້ນສະຫຼຸບຕີລາຄາໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮັບເກົ່າທົ່ວປະເທດ ຄັ້ງທີ IV ຕິດພັນກັບມະຕິກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 2 ສະໄໝທີ IV ແລະ ຈະໄດ້ຮັບຟັງການປະກອບຄໍາຄິດເຫັນຂອງບັນດາກະຊວງ, ອົງການພາຄີ ແລະ ສະຫະພັນນັກຮົບເກົ່າ ແຂວງຈຳນວນໜຶ່ງ; ຮັບຟັງການຜ່ານເນື້ອໃນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ V.
ນອກຈາກນັ້ນ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ພ້ອມກັນເຊີດຊູຄວາມຮັບຜິດຊອບ, ໃນການຄົ້ນຄວ້າ ຄວາມຄິດເຫັນ, ບົນພື້ນ ຖານສະພາບຄວາມເປັນຈິງ ຂອງໜ້າທີ່ວຽກ ເພື່ອຮັບປະກັນການຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງຕົນຢ່າງເຕັມສ່ວນ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາຄິດເຫັນ, ຖອດຖອນບົດຮຽນ ແລະ ຕົກລົງບັນຫາຕ່າງໆ ບົນພື້ນຖານຫຼັກການລວມສູນ ປະຊາທິປະໄຕ ຢ່າງກວ້າງຂວາງ ແລະ ເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 2 ສະໄໝທີ IV ໃນ 1 ປີຜ່ານມາ ແລະ ທິດທາງແຜນການ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຖືເອົາວຽກງານສຶກສາອົບຮົມໂຄສະນາການເມືອງ-ແນວຄິດເປັນກົກ, ຄະນະບໍລິຫານງານສະຫະພັນນັກຮົບເກົ່າຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການຈັດຕັ້ງເຄື່ອນໄຫວ ປາຖະກະຖາມູນເຊື່ອວັນສໍາຄັນ ຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ວັນເກີດຂອງຜູ້ນຳພັກ-ລັດ ກໍຄືຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ບັນດາກະຊວງ-ອົງ ການ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ, ສະຫະພັນນັກ ຮົບເກົ່າແຂວງ-ນະຄອນຫຼວງວຽງຈັນ, ໄດ້ສົມທົບແໜ້ນກັບຄະນະພັກ-ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໃນບັນດາແຂວງທົ່ວປະເທດ ແລະ ເມືອງຈຳນວນໜຶ່ງ ເພື່ອກຳແໜ້ນສະພາບການເມືອງ-ແນວຄິດຂອງສະມາຊິກນັກຮົບເກົ່າແຕ່ລະເປົ້າໝາຍພ້ອມ ທັງຈັດຕັ້ງສຶກສາອົບຮົມແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍ ໃນການຈັດຕັ້ງ ກໍຄືຖັນແຖວສະມາຊິກນັກຮົບເກົ່າທັນເວລາ, ພ້ອມກັນນັ້ນໄດ້ຊຸກຍູ້ໃຫ້ ຄະນະພັກ-ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການນໍາພາ-ຊີ້ນຳ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ສະຫະພັນນັກຮົບເກົ່າຢູ່ໃນຄວາມຮັບຜິດຊອບຂອງຕົນ ເຄື່ອນ ໄຫວວຽກງານຕາມພາລະບົດບາດສິດ, ໜ້າທີ່ຢ່າງເຕັມສ່ວນ.
Cr: ໜັງສືພິມກອງທັບ