ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມແຫ່ຜາສາດເຜິ້ງໃນບຸນພຣະທາດສີໂຄດຕະບອງ ປະຈຳປີ 2025

Feb 12, 2025

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມແຫ່ຜາສາດເຜິ້ງໃນບຸນພຣະທາດສີໂຄດຕະບອງ ປະຈຳປີ 2025
ພິທີແຫ່ຜາສາດເຜິ້ງໃນງານບຸນນະມັດສະການພຣະທາດສີໂຄດຕະບອງປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພ.ສ 2567 ເຂົ້າຮ່ວມໃນຂະບວນແຫ່ຜາສາດເຜິ້ງຄັ້ງນີ້ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນ ຊົນຊາວ ແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ພິທີແຫ່ຜາສາດເຜິ້ງແມ່ນພິທີກໍາອັນສໍາຄັນທາງພຸດທະສາສະໜາ ແລະ ແມ່ນໜຶ່ງໃນກິດຈະກຳສໍາຄັນໃນງານບຸນ ນະມັດສະການພຣະທາດສີໂຄດຕະບອງ ເຊິ່ງເປັນຮີດຄອງປະເພນີອັນດີງາມທາງດ້ານວັດທະນະທຳ ຂອງຊາວພຸດ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ເພື່ອເປັນການບູຊາພຣະຣັດຕະນະໄຕຣ ແລະ ເປັນ ການບູຊາພຣະທາດສີ ໂຄດຕະບອງ, ເຊິ່ງຂະບວນແຫ່ຜາສາດເຜິ້ງແມ່ນໄດ້ເລີ່ມເຕົ້້າໂຮມຢູ່ເດີ່ນຫ້ອງວ່າການເມືອງທ່າແຂກແລ້ວເຄື່ອນຂະບວນເຂົ້າສູ່ພຣະທາດສີໂຄດຕະ ບອງ ເພື່ອທຳພິທີແຫ່ອ້ອມຮອບພຣະທາດຈໍານວນ 3 ຮອບ ຈາກນັ້ນ ກໍ່ນໍາເອົາຜາສາດເຜີ້້ງ ພ້ອມທັງຕົ້ນກະລະພຶກ ແລະ ວັດຖຸທານອື່ນໆ ຕາມສັດທາຂອງຜູ້ເຂົ້າຮ່ວມຖວາຍແດ່ ພຣະສົງຕາມພິທີກໍາທາງສາດສະໜາ ເພື່ອເປັນການອະນຸລັກຮັກສາທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງ ຊາດລາວເຮົາກໍ່ຄືປະ ຊາຊົນຊາວແຂວງຄຳມ່ວນໄວ້ຄົງຢູ່ຕະຫລອດໄປ.
ໂອກາດດຽວກັນ ບັນດາທ່ານການນໍາ, ບໍລິສັດ, ຫົວໜ່ວຍທຸລະກິດຕ່າງໆ ຍັງໄດ້ປະກອບສ່ວນ ຖວາຍວັດຖຸ ແລະ ປັດໄຈ ເພື່ອເຮັດໃຫ້ງານບຸນດັ່ງກ່າວສຳເລັດໄປດ້ວຍດີ ແລະ ເປັນການຕໍ່ຍອດໃນການບູລະນະ ປະຕິສັງຂອນ ແລະ ພັດທະນາ ພຣະທາດສີໂຄດຕະບອງໃຫ້ມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມ ຄົງຢູ່ຄູ່ບ້ານຄູ່ເມືອງ, ເປັນສັນຍາລັກ, ເປັນສູນລວມທາງດ້ານຈິດໃຈ ແລະ ເປັນມິ່ງຂວັນຂອງຊາວພຸດທະສາສະນິກະຊົນ ປະຊາຊົນລາວບັນດາເຜົ່າ ຊາວແຂວງຄໍາມ່ວນຕະຫຼອດໄປ. ໂອກາດນີ້ ທ່ານຮອງນາຍົກ ພ້ອມຄະນະຍັງໄດ້ຕິດຕາມກິດຈະກຳຕ່າງໆພາຍໃນງານບຸນ ໂດຍ ສະເພາະການແຂ່ງຂັນ ກອງແຕ້-ກອງຈິງ ເຊິ່ງເປັນກິລາທີ່ເປັນເອກະລັກຂອງແຂວງຄໍາມ່ວນ ແລະ ຊົມຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານ.
Cr: Khammouane News