ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ພົບປະທາງໄກ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

Feb 12, 2025

ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ພົບປະທາງໄກ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
ໃນວັນທີ 10 ກຸມພາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.
ໃນໂອກາດນີ້, ສອງລັດຖະມົນຕີ ໄດ້ສະແດງຄວາມປິຍິນດີ ທີ່ໄດ້ມີໂອກາດສົນທະ ນາ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍລາວ-ອົດສະຕຣາລີ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ຕະຫຼອດໄລຍະ 73 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ອົດສະຕຣາລີ, ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະ ແມ່ນຜົນສໍາເລັດຂອງການຢ້ຽມຢາມອົດສະຕຣາລີ ຢ່າງເປັນທາງການ ແລະ ການເປັນປະ ທານຮ່ວມໃນກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອົດສະຕຣາລີ ຂອງພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອສະເຫຼີມສະ ຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ພ້ອມທັງ ໄດ້ຮ່ວມ ກັນຍົກລະດັບການພົວພັນຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ທີ່ຜ່ານມາ. ຂະນະດຽວກັນ, ທ່ານລັດຖະມົນຕີຕ່າງປະເທດລາວ ຍັງໄດ້ອວຍພອນວັນຊາດອົດສະຕຣາລີ ຄົບຮອບ 237 ປີ.
ນອກຈາກນີ້, ສອງຝ່າຍໄດ້ເຫັນດີຮ່ວມກັນ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂະແໜງການຕ່າງໆ ທີ່ກຳນົດຢູ່ໃນແຜນປະຕິບັດງານຂອງການເປັນຄູ່ຮ່ວມມືຮອບດ້ານ ເປັນຕົ້ນການພັດທະນາດ້ານຊັບພະຍາກອນມະນຸດ, ການຄ້າ-ການລົງທຶນ, ການແກ້ໄຂບັນຫາສະພາບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານແບບຍືນຍົງ, ວຽກງານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຖືໂອກາດ ແລກປ່ຽນຄໍາຄິດເຫັນກ່ຽວກັບຄວາມຄືບໜ້າການສືບສວນ-ສອບສວນຕໍ່ເຫດການນັກທ່ອງທ່ຽວອົດສະຕຣາລີ 02 ຄົນ ທີ່ເຈັບປ່ວຍກະທັນຫັນ ແລະ ໄດ້ຮັບຂ່າວເສຍຊີວິດໃນໄລຍະຕໍ່ມາ ໃນເດືອນ ພະຈິກ ປີ 2024; ສອງຝ່າຍໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ ແລະ ກໍ່ຫວັງວ່າຈະບໍ່ກະທົບຕໍ່ສາຍພົວພັນຂອງສອງປະເທດ.
Cr: ກົມການຂ່າວ, ກະຊວງການຕ່າງປະເທດ