ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງໄຊສົມບູນ

ວັນທີ 11 ກຸມພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ພົບ ປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫຼັກທົ່ວແຂວງເຂົ້າຮ່ວມ.
ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນລາຍງານໂດຍສັງເຂບວຽກທີ່ພົ້ນເດັ່ນຂອງ ແຂວງ ໃນການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ, ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດດໍາລັດ 414/ລບ, ສອງວາລະແຫ່ງຊາດ 1 ປີ ຜ່ານມາ (2024) ແລະ ທິດທາງແຜນການ ປີ 2025 ຊຶ່ງຕະ ຫຼອດໄລຍະທີ່ຜ່ານມາຄະນະພັກ-ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຖັນແຖວສະມາຊິກພັກ, ພະນັກ ງານ-ລັດຖະກອນ, ກຳລັງປະກອບອາວຸດ. ໃນນີ້, ສາມາດສ້າງຄອບ ຄົວ ແລະ ບ້ານປ້ອງຊາດເຂັ້ມແຂງໄດ້ 5 ບ້ານ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 12 ບ້ານ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດ ແລະ ອື່ນໆ ໃຫ້ຫຼຸດໜ່ອຍຖອຍລົງ, ນອກນີ້ ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດມ້າງເປົ້າໝາຍຄ້າ- ຂາຍຢາເສບຕິດໄດ້ 28 ລາຍ, ກັກຕົວຜູ້ກະທໍາຜິດ 577 ຄົນ ຍິງ 38 ຄົນ, ຢຶດຂອງກາງຢາບ້າໄດ້ 79,767 ເມັດ, ຝິ່ນ 5,504 ບັກ, ຄໍລາເຈນ 1,830 ຖົງ, ເຄຕາມິນ 6 ຖົງໃຫຍ່, ປືນແກັບ 6 ກະ ບອກ, ປືນສັ້ນ 4 ກະບອກ, ລູກປືນສັ້ນ 204 ລູກ, ລູກປືນອາກາ (AK) 57 ລູກ, ທຳລາຍສວນຝິ່ນໄດ້ 12 ເຮັກຕ່າ, ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ- ການເງິນ ຄັ້ງທີ IX ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບດີ, ໄດ້ຮັບອະນຸມັດແຜນການລົງທຶນຂອງລັດ (ໂຄງການສືບຕໍ່ ແລະ ສະເໜີໃໝ່) ທັງໝົດ 158 ໂຄງການ, ຂັ້ນແຂວງຄຸ້ມຄອງມີທັງ ໝົດ 102 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິ ບັດໄດ້ 1,856. 29 ຕື້ກີບ, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ແລະ ວຽກງານອື່ນໆ.
ໂອກາດນີ້, ສະຫາຍ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ແຂວງສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍແນວທາງປ້ອງກັນຊາດ -ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເຜີຍແຜ່ເຊື່ອມ ຊຶມບັນດານິຕິກຳຕ່າງໆໃຫ້ຖັນແຖວສະມາຊິກພັກ, ພະນັກງານ- ລັດຖະກອນ, ກຳລັງປະກອບອາວຸດ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ພ້ອມ ທັງຕອບຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ຫຼຸດໜ່ອຍຖອຍລົງ. ນອກນີ້, ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແນໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ຂອງຂະແໜງສຶກສາ ແລະ ຂະແໜງສາທາໃຫ້ບັນລຸຕາມຄາດ ໝາຍ ສືບຕໍ່ແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ໃຫ້ນັບມື້ຫຼຸດໜ່ອຍຖອຍລົງ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ໃກ້ຈະມາຮອດໃນມໍ້ໆນີ້.
Cr: ຄຳໝັ້ນ ພຽງພິລາ






