ສຳມະນາວິທະຍາສາດ 70 ປີພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ

ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ ໄດ້ເປນປະທານກອງປະຊຸມສຳມະນາວິທະຍາສາດສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້” 70 ປີ ພາຍໃຕ້ການນຳພາຂອງພັກທີ່ມີກຽດສະຫງ່າ” ຈັດຂຶ້ນໃນວັນທີ 12 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ.
ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນວ່າ: ການສຳມະນາຄັ້ງນີ້, ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳ, ເປັນການຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນຍິ່ງໃຫຍ່ແຫ່ງ ການນຳ ພາຂອງ ພັກປະຊາຊົນປະຕິວັດລາວ ຕະ ຫລອດ 70 ປີ ແຫ່ງການກໍ່່ຕັ້ງ ແລະ ນຳພາພາລະກິດປະຕິວັດຢູ່ປະເທດເຮົາ. ການສ້າງຕັ້ງພັກປະຊາຊົນລາວ ເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ມັນບົ່ງບອກວ່າແຕ່ນີ້ຕໍ່ໄປ ພັກປະຕິວັດລາວ ເປັນຜູ້ຮັບເອົາພາລະກຳປະຫວັດສາດ ອັນສະກະລະບູຊາ ແຫ່ງການນຳພາການປະຕິວັດລາວກ້າວຂຶ້ນ.
ການກຳເນີດຂອງ ພັກປະຊາຊົນລາວ ເປັນການສົບທົບລະຫວ່າງ ຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານໂຮ່ຈີ່ມິງ ນຳມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນການສືບທອດພາລະກິດທີ່ມີກຽດສະຫງ່າ ຂອງພັກກອມມູນິດອິນດູຈີນ, ຮັບເອົາພາລະກຳປະຫວັດສາດອັນແສນຫຍຸ້ງຍາກ ແຕ່ສະຫງ່າລາສີແຫ່ງການ ນຳພາການຕໍ່ສູ້ຂອງປະຊາຊົນລາວ ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາຄັນຍິ່ງໃນປະຫວັດສາດຂອງການປະຕິວັດລາວ.
ນັບແຕ່ປີ 1975 ເປັນຕົ້ນມາ, ພັກໄດ້ກາຍເປັນພັກກຳອຳນາດ ແລະ ສ້າງຕັ້ງອໍານາດການປົກ ຄອງໃໝ່ຂຶ້ນ, ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດ ຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນ ຄ່ອຍໆ ກ້າວເຂົ້າສູ່ສະພາບປົກ ກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກ ສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສຳເລັດເປັນກ້າວໆ; ສືບຕໍ່ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 (1981-1985) ສຳເລັດໂດຍພື້ນຖານ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ.
ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນຳຂອງການກໍ່ສ້າງພັກໃນໄລຍະໃໝ່ອອກ, ພັກໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ, ການກວດກາ, ການຄຸ້ມຄອງ-ປ້ອງກັນພັກ ແລະ ໄດ້ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະນັກງານໃນໄລຍະໃໝ່.
ໂອກາດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການນຳສະເໜີ ຫົວຂໍ້ກ່ຽວກັບການກຳເນີດ ຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ຢ່າງສົມບູນ, ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະຂອງການປະຕິວັດແຕ່ລະໄລຍະ, ພັກນຳພາສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາ ຊົນ, ພັກນໍາພາພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ, ພັກນໍາພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ພັກນຳພາເຕົ້າໂຮມຄວາມສາມັກ ຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ, ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ພັກນຳພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ, ມີແບບແຜນທັນສະໄໝ ແລະ ພັກນໍາພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ.
Cr: ຂປລ




