ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ຄາດວ່າຈະເລີ່ມຜະລິດໄຟຟ້າພາຍໃນປີ 2027

Feb 12, 2025

ເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ຄາດວ່າຈະເລີ່ມຜະລິດໄຟຟ້າພາຍໃນປີ 2027
ເມື່ອບໍ່ດົນມານີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງີນ ພ້ອມດ້ວຍຄະນະ ແລະການນຳແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຫຼວງພະບາງ ເຊິ່ງຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະເມືອງປາກອູ ໂດຍໄດ້ຮັບການຕ້ອນຮັບຈາກຜູ້ບໍລິຫານໂຄງການ, ພ້ອມທັງໄດ້ຮັບຟັງການລາຍງານ ບັນດາໜ້າວຽກການກໍ່ສ້າງ.
ໂຄງການດັ່ງກ່າວ, ເປັນໂຄງການພັດທະນາເຂື່ອນໄຟຟ້າ ພະລັງງານນໍ້າແບບຍືນຍົງ ເຊີ່ງໄດ້ຖອດຖອນບົດຮຽນຈາກ ການພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມີມູນຄ່າການກໍ່ສ້າງປະມານ 5 ຕື້ ໂດລາ, ໄດ້ຜ່ານການວິເຄາະພັນປາເພື່ອອານຸລັກ, ສຳ ຫຼວດ-ອອກແບບໃຫ້ເໝາະສົມກັບພື້ນທີ່ ໂດຍບໍ່ສົ່ງຜົນກະທົບຕໍ່ເຂດມໍລະດົກໂລກຫຼວງພະບາງ, ຫຼີກລ້ຽງຜົນກະທົບໜັກ ຕໍ່ສີ່ງແວດລ້ອມ ແລະສັງຄົມ ໂດຍສະເພາະລະດັບນ້ຳທີ່ຍື່ງຂື້ນແມ່ນບໍ່ເກີນ 310 ແມັດ ຈາກລະດັບໜ້ານ້ຳທະເລ ຫຼື ເທົ່າກັບລະ ດັບນ້ຳທີ່ເຄີຍມີປະລິມານສູງຂື້ນໃນໄລນະລະດູຝົນໄລຍະຜ່ານມາ, ມີສີ່ງອຳນວຍຄວາມສະດວກໃຫ້ກັບການຂື້ນ-ລົງຂອງເຮືອຂົນສົ່ງສີນຄ້າ ລະດັບ 500 ໂຕ່ນ ແລະເຮືອຂົນ ສົ່ງໂດຍສານ ໃຊ້ເວລາປະມານ 40 ນາທີ, ຮອງຮັບແຮງສັ່ນສະເທືອນຈາກເຫດການແຜ່ານດີນໄຫວ ໃນລະດັບທີ່ແນ່ນອນ ແລະບັນຫາອື່ນໆ.
ມາຮອດປັດຈຸບັນ ໂຄງການກຳລັງດຳເນີນການກໍ່ສ້າງຕາມແຜນການ ໂດຍສະ ເພາະແມ່ນການກໍ່ສ້າງໂຕເຂື່ອນ ເຊີ່ງໄດ້ອ່ວຍນ້ຳໃຫ້ເຮືອສາມາດຂື້ນລົງໄດ້ຕາມປົກ ກະຕິ ແລະກໍ່ສ້າງຮາກຖານຂອງໂຕເຂື່ອນ ພາຍຫຼັງສຳເລັດຈະສືບຕໍ່ປ່ຽນແລວນ້ຳ ເພື່ອດຳເນີນການກໍ່ສ້າງຮາກຖານຂອງເຄື່ອນອີກເບື້ອງ, ຄາດວ່າໂຄງການກໍ່ສ້າງຈະສຳເລັດພາຍໃນໄລຍະ 5 ປີ ຫຼື ປະມານປີ 2027 ຈເລີ່ມຜະລິດໄຟຟ້າ.
ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນເນັ້ນໃຫ້ຜູ້ພັດທະນາໂຄງການ ພ້ອມ ກັນຄົ້ນຄວ້າບາງບັນຫາທີ່ກະທົບຕໍ່ຄວາມຍືນຍົງ ຕໍ່ການດຳລົງຊີວິດຂອງປະຊາຊົນຊາວຫຼວງພະບາງ ໂດຍສະເພາະແມ່ນການປັບປຸງໃຫ້ສາຍນ້ຳຂອງ ເຂດພັດທະນາໂຄງ ການມີໄຄທຳມະຊາດ ໄດ້ຊົມໃຊ້ເຂົ້າໃນການບໍລິໂພກ, ຜະລິດໄຄແຜ່ນຂາຍເປັນສີນຄ້າ ແລະ ອື່ນໆ.
Cr: ອາພຸເດດ ບຸບຜາ