ປີຜ່ານມາ ຫຼວງພະບາງ ຈັດຕັ້ງປະຕິບັດໂຄງການລົງທຶນ 244 ໂຄງການ

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານແຜນການ ແລະການລົງທຶນປະຈໍາປີ 2024 ແລະວາງແຜນວຽກຈຸດສຸມ ປີ 2025 ຂອງແຂວງຫຼວງພະບາງ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ບູນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ.
ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫລວງພະບາງ ໄດ້ລາຍງານຕໍ່ກອງປະຊຸມວ່າ: ຜ່ານມາໄດ້ຈັດຕັ້ງປະຕິບັດວຽກງານ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະບຸກທະລຸແກ້ໄຂບັນຫາປະກົດການຫຍໍ້ທໍ້ ຫາງສຽງຈາກສັງຄົມທີ່ກະທົບໃສ່ ຂະແໜງແຜນການ ແລະການລົງທຶນ ໂດຍສະ ເພາະ ການຄົ້ນຄວ້າ-ສ້າງແຜນພັດທະນາເສດຖະກິດ-ສັງຄົມ; ການຄຸ້ມຄອງ-ຈັດສັນໂຄງການລົງທຶນຂອງລັດ ແລະການອະນຸມັດ, ບໍ່ສ້າງໂຄງການນອກແຜນ; ຄຸ້ມຄອງໂຄງການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ ໃຫ້ມີການຫັນປ່ຽນ ແລະມີທ່ວງທ່າດີຂື້ນເລື້ອຍໆ, ສະພາບການລົງທຶນ ມີບັນຍາກາດຟົດຟື້ນ, ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ ເຊິ່ງແຜນງົບປະມານການລົງທຶນຂອງລັດ ປີ 2024 ມີທັງໝົດ 1 ຮ້ອຍ 1 ຕື້ 837 ລ້ານກວ່າກີບ ເພື່ອຈັດຕັ້ງປະຕິບັດ 244 ໂຄງການ, ໃນນັ້ນ: ຂັ້ນສູນກາງອະນຸມັດ 78 ໂຄງການ, ມູນຄ່າ 7 ໝື່ນ 4 ພັນ 547 ລ້ານກວ່າກີບ ແລະຂັ້ນແຂວງອະນຸມັດ 165 ໂຄງການ, ມູນຄ່າ 2 ໝື່ນ 7 ພັນ 289 ລ້ານກວ່າກີບ ແລະມາຮອດປັດຈຸບັນ ໄດ້ອອກໃບອະນຸມັດສັ່ງຈ່າຍ ເທົ່າກັບ 99,86% ຂອງແຜນ ການ.
ພ້ອມນີ້, ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ຈັດສັນເງິນເກີນແຜນ ປີ ເພື່ອຊຳລະໜີ້ສິນ ໂຄງການລົງທຶນຂອງລັດ, ໂຄງການສືບຕໍ່ ແລະໂຄງການພັດທະ ນາໃໝ່ 41 ໂຄງການ, ມູນຄ່າ 4 ໝື່ນ 2 ພັນ 930 ລ້ານກີບ; ສືບຕໍ່ຈັດສັນງົບປະ ມານບ້ວງ 80 ລ້ານບາດ ທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ເຂົ້າໃນການກໍ່ສ້າງໄຟເຍືອງທາງ ແລະເສັ້ນທາງ ຈໍານວນ 4 ໂຄງການ, ມູນຄ່າ 5 ຕື້ 150 ລ້ານກວ່າກີບ, ສາມາດອະນຸຍາດໂຄງການລົງທຶນ ໄດ້ທັງໝົດ 45 ໂຄງ ການ, ມູນຄ່າ 183 ລ້ານໂດລາ, ທຶນຈົດທະບຽນ 175 ລ້ານໂດລາ, ການລົງທຶນພາຍໃນ ມີ 31 ໂຄງການ, ມູນຄ່າການ 159 ລ້ານໂດລາ, ທຶນຈົດທະບຽນ 155 ລ້ານໂດລາ, ສຳລັບປີ 2025 ຈະເພີ່ມທະວີເອົາໃຈໃສ່ຄົ້ນຄວ້າສ້າງ ແລະສະຫຼຸບລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີລັກສະນະ ວິເຄາະ, ວິໄຈ ບັນຫາ ສະພາບຄວາມເປັນຈິງຢ່າງພາວະວິໄສຫຼາຍຂຶ້ນ. ໂອກາດນີ້ ທ່ານ ບູນເຫຼືອ ສິນໄຊວໍຣະວົງ ໄດ້ຄຳເຫັນຊີ້ນຳໃຫ້ບັນດາຂະແໜງການກ່ຽວຂ້ອງ ຈົ່ງຍູ້ແຮງບັນດາຂະບວນການ ແຜນພັດທະນາໃນຂະແໜງການຂອງຕົນຢ່າງແຂງແຮງ ໃຫ້ບັນລຸຕາມແຜນທີສະພາປະຊາຊົນແຂວງໄດ້ຮັບຮອງ.





