ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງບໍ່ແຕນ ຈັດບຸນເຂົ້າຈີ່ໃຫຍ່ ປະຈໍາປີ 2025

Feb 12, 2025

ເມືອງບໍ່ແຕນ ຈັດບຸນເຂົ້າຈີ່ໃຫຍ່ ປະຈໍາປີ 2025
ບຸນເຂົ້າຈີ່ໃຫຍ່ ເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2025 ທີ່ເມືອງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ.
ບຸນເຂົ້າຈີ່ໃຫຍ່ປີນີ້ ແມ່ນໄດ້ກຳນົດຮູບແບບ ແລະ ເນື້ອໃນຂອງງານ, ບັນດາກິດຈະກຳຕ່າງໆ ໃຫ້ມີຫຼາຍສີສັນຕະຫຼອດວັນ-ຄືນ ເຊິ່ງໄດ້ກຳນົດໄລຍະເວລາຈັດງານ 5 ວັນ 4 ຄືນ, ໄດ້ສ້າງຮູບເຂົ້າຈີ່ໃຫຍ່ຈຳລອງ ມີກ້ອນໃຫຍ່ 1 ກ້ອນ, ກ້ອນນ້ອຍ 8 ກ້ອນ, ມີ ການວາງສະແດງສິນຄ້າ ຈາກແຕ່ລະທ້ອງຖິ່ນ ແລະ ຈີ່ເຂົ້າຈີ່ທີ່ເປັນເອກະລັກຂອງແຕ່ລະເຂດ ແລະ ຫ້ອງການ, ມີຮ້ານຄ້າຂາຍເຄື່ອງປະເພດຕ່າງໆ , ມີການສະແດງສິລະປະວັນະຄະດີຈາກໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມສົມບູນ ຈຳ ນວນ 15 ລາຍການ, ມີນັກຮ້ອງສຽງດີ ປະກອບສ່ວນໃນງານ ຈຳນວນ 10 ຄະນະ, ການປະກວດນາງທິດາເຂົ້າຈີ່ໃຫຍ່ ຈຳນວນ 9 ນາງສາວ ແລະ ການປະກວດອາຫານພື້ນເມືອງ ທີ່ເປັນເອກະລັກ ທີ່ສະແດງເຖິງວິຖີການດຳລົງຊີວິດ ຂອງປະຊາຊົນຊາວ ເມືອງບໍ່ແຕນ ຈຳນວນ 21 ຮ້ານ.
ນອກນີ້ຍັງມີການຈັດໃຫ້ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ ເຊັ່ນ: ນ້ຳຕົກ ຕາດສະແນນ, ນ້ຳຕົກຕາດຮຳ, ແກ້ງທຽນ, ແກ້ງຂ່າ, ຫໍໄຕປີດົກ ວັດໂພແທ່ນໂບຣານາຣາມ ແລະ ມີການຊົມຈູດບັ້ງໄຟດອກ ຈຳນວນ 90 ລູກຕື່ມອີກ, ຈາກນັ້ນ ທ່ານ ບຸນພະລັງ ວິໄລສັກ ວ່າການເຈົ້າເມືອງ ກໍ່ໄດ້ຂຶ້ນກ່າວເປີດງານບຸນເຊິ່ງທ່ານໄດ້ກ່າວວ່າ: ການຈັດງານບຸນນີ້ກໍ່ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ຂອງທ້ອງຖິ່ນ ໃຫ້ຢູ່ຄູ່ສັງຄົມລາວຊາວເມືອງບໍ່ແຕນ ໄປຊົ່ວກາລະນາ, ທັງເປັນການເຕົ້າໂຮມຄວາມສາມັກຄີຮັກແພງອັນແໜ້ນແຟ້ນ ຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ເຊີດຊູຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ, ອີກທາງໜຶ່ງກໍ່ເປັນການຍູ້ແຮງທາງດ້ານເສດຖະກິດໃຫ້ມີການຂະຫຍາຍຕົວ ໂດຍສະເພາະການດຳເນີນທຸລະກິດ, ປະກອບການຕ່າາງໆ ບັນດາຫ້າງຮ້ານບໍລິການ ແລະ ການຜະລິດໃຫ້ມີຄວາມເຂັ້ມແຂງຂຶ້ນ, ເປັນການເອກອ້າງທະນົງໃຈມູນເຊື້ອ, ເອກະ ລັກຂອງເມືອງ, ວິຖີການດຳລົງຊີວິດຂອງປະຊາຊົນ, ສົ່ງເສີມການທ່ອງທ່ຽວ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມເມືອງບໍ່ແຕນນັບມື້ນັບຫຼາຍຂຶ້ນ.
Cr: ສາຍຄຳ ບຸນຍາວົງ