ໂຮມຊຸມນຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແກ່ນທ້າວ ຄັ້ງທີ VIII

ສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ ເປັນປະທານພິທີ ໂຮມຊຸມນຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງແກ່ນທ້າວ ແຂວງໄຊຍະບູລີ ຄັ້ງທີ VIII ຈັດຂຶ້ນໃນຕອນເຊົ້າວັນທີ 12 ກຸມພາ 2025 ນີ້, ຢູ່ທີ່ເດີ່ນກິລາເມືອງ.
ສະຫາຍ ຄໍາປຸ່ນ ນວນສະບັບ ໄດ້ກ່າວປາໄສ ໂດຍໄດ້ຍົກໃຫ້ຜົນສຳເລັດກອງປະ ຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງແກ່ນທ້າວ ຄັ້ງທີ VIII ວ່າ: ກອງປະຊຸມໃຫຍ່ ຄັ້ງນີ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກຸມພາ 2025 ໂດຍມີຜູ້ແທນສົມບູນທົ່ວອົງຄະນະພັກເມືອງ ເຂົ້າຮ່ວມທັງໝົດ 123 ສະຫາຍ, ຍິງ 14 ສະຫາຍ, ທີ່ເປັນຕົວ ແທນໃຫ້ສະມາຊິກພັກທັງໝົດ 1,500 ກ່ວາສະຫາຍ, ຍິງ 370 ກວ່າສະຫາຍ ໃນທົ່ວເມືອງ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນສະຫຼຸບສັງລວມຄືນຜົນງານທີ່ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ. ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດ ທາງແຜນການ 5 ປີ 2025-2029, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ເຊິ່ງມີຜູ້ອອກສະໜັກເລືອກຕັ້ງທັງໝົດ 31 ສະຫາຍ, ຍິງ 7 ສະຫາຍ, ເລືອກຕັ້ງໄດ້ 27 ສະຫາຍ, ຍິງ 6 ສະຫາຍ ເຂົ້າເປັນຄະນະບໍລິຫານງານພັກເມືອງ ຊຸດທີ VIII.
ກອງປະຊຸມຄັ້ງປະຖົມມະລຶກຂອງອົງຄະນະພັກເມືອງຊຸດໃໝ່ ໄດ້ເປັນເອກະສັນເລືອກເອົາຄະນະປະຈຳພັກເມືອງ, ເລຂາ, ຮອງເລຂາພັກເມືອງ, ປະທານ ແລະ ຮອງປະທານຄະນະກວດກາພັກເມືອງ ຄື: ເລືອກຕັ້ງຄະນະປະຈຳພັກເມືອງ ຈໍານວນ 9 ສະຫາຍ, ຍິງ 1 ສະຫາຍ, ເລືອກຕັ້ງເລຂາ, ຮອງເລຂາ ຄະນະບໍລິຫານງານພັກເມືອງ, ເລືອກຕັ້ງປະທານ, ຮອງປະທານ ຄະນະກວດກາພັກ, ໄດ້ເປັນເອກະສັນເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຂອງອົງຄະນະພັກເມືອງແກ່ນທ້າວ ຊຸດທີ VIII ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທັງໝົດ 17 ສະຫາຍ, ຍິງ 3 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ, ຮັບຟັງການໂອ້ລົມຈາກສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ.
ກອງປະຊຸມ ໄດ້ເປັນເອກະສັນ ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແກ່ນທ້າວ ສະໄໝ VIII ແລະ ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນຊັ້ນຄົນຕ່າງໆ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ໃຫ້ສູງຂຶ້ນເລື້ອຍໆ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຖືກຮັບຮອງເອົາໃຫ້ເກີດຜົນເປັນຈິງ, ເພື່ອໄຊຊະນະແຫ່ງພາລະກິດປ່ຽນແປງໃໝ່ຂອງພັກເຮົາເພື່ອຜົນປະໂຫຍດອັນຊອບທຳ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນ ໃນທົ່ວເມືອງແກ່ນທ້າວ ກ້າວຂຶ້ນຕາມທິດທີ່ໄດ້ກຳນົດໄວ້ ຢ່າງມີໄຊ.
Cr: ແກ່ນທ້າວ.





