ປີຜ່ານມາ ເມືອງສາມັກຄີໄຊ ມີຄະດີອາຍາເກີດຂຶ້ນທັງໝົດ 58 ເລື່ອງ

ທ່ານ ພັທ ສອນເພັດ ດວງທະວີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສາມັກຄີໄຊ, ແຂວງອັດຕະປື ໃຫ້ຮູ້ໃນໂອກາດຂຶ້ນລາຍງານຕໍ່ກອງສະຫຼຸບການເຄື່ອນ ໄຫວວຽກງານປ້ອງກັນຄວາມສະຫງົບທົ່ວເມືອງ ປະຈຳປີ 2024 ແລະ ທິດທາງແຜນ ການຈຸດສຸມ ປີ 2025 ຈັດຂື້ນໃນຕອນເຊົ້າວັນທີ 11 ກຸມພາ 2025 ທີ່ສະໂມສອນກອງບັນຊາການ ປກສ ເມືອງສາມັກຄີໄຊ ວ່າ: ໃນປີຜ່ານມາ, ວຽກງານປ້ອງກັນຄວາມສະຫງົບເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ຄາດໝາຍ 4 ແຜນງານ 41 ໂຄງ ການຢ່າງຕັ້ງໜ້າ, ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບຂອງເມືອງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີລະບຽບວິໄນ, ມີຄວາມຊໍານິຊຳນານທາງດ້ານວິຊາສະເພາະ.
ທ່ານໃຫ້ຮູ້ຕື່ມວ່າ: ໃນປີຜ່ານມາມີຄະດີອາຍາເກີດຂຶ້ນທັງໝົດ 58 ເລື່ອງ, ມ້າງໄດ້ 33 ເລື່ອງ, ມີຄະດີຢາເສບຕິດ 23 ເລື່ອງ, ກັກຜູ້ຖືຫາຫາ 38 ຄົນ, ຢືດຂອງກາງປະເພດຢາບ້າ 10,280 ເມັດ, ຢາໄອ໋ 6 ຖົງນ້ອຍ, ໂທລະສັບ 25 ໜ່ວຍ, ເງິນ 4,004,000 ກີບ, ມີອຸປະຕິເຫດເກີດຂຶ້ນທັງໝົດ 101 ລາຍ, ພາຫະນະເປ້ເພ 176 ຄັນ, ມີຜູ້ໄດ້ຮັບບາດເຈັບ 157 ຄົນ ຍິງ 58 ຄົນ, ເສຍຊີວິດ 4 ຄົນ, ທ້ອນໂຮມໝໍ້ຊັອດໄດ້ 29 ໜ່ວຍ, ປືນແກັບ 52 ກະບອກ ແລະ ວຽກງານພົ້ນເດັ່ນອື່ນໆ ອີກຈຳນວນໜຶ່ງ.




