ຫວຽດນາມ ປັບປຸງໂຄງສ້າງອຸດສາຫະກຳພາຍໃນປະເທດຄືນໃໝ່ໃນປີ 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຂະແໜງອຸດສາຫະກຳຫວຽດນາມ ໄດ້ຮັບການປັບປຸງໂຄງ ສ້າງຄືນໃໝ່ ຕາມທິດຫັນເປັນທັນສະໄໝ, ພັດທະນາຕາມທິດລວງເລິກ, ຍົກສູງສະມັດຕະພາບ,ຄຸນນະພາບ, ມູນຄ່າເພີ່ມ ແລະ ກຳລັງແກ່ງແຍ່ງຂອງຜະລິດຕະພັນບັນດາຂະແໜງອຸດສາຫະກຳ ມີທ່າໄດ້ປຽບ.
ພ້ອມກັນນັ້ນ ຫວຽດນາມ ໃຫ້ບຸລິມະສິດພັດທະນາ, ເປັນເຈົ້າການເຕັກໂນໂລຊີໃໝ່, ບັນດາຂະແໜງການ, ຂົງເຂດອຸດສາຫະກຳຫາກໍ່ພົ້ນເດັ່ນ ຄື: ຊິບ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ເພີ່ມທະວີ ການຮ່ວມສຳພັນ ລະຫວ່າງເຂດທີ່ີມີເງິນລົງທຶນຂອງຕ່າງປະເທດ ແລະ ເຂດພາຍໃນປະເທດ; ຄົ້ນຄວ້າ, ພັດທະນາບັນດາຜະລິດຕະ ພັນວັດສະດຸກໍ່ສ້າງສີຂຽວ, ປະຢັດ ພະລັງງານ, ເປັນມິດ ກັບສິ່ງແວດລ້ອມ, ປ່ອຍອາຍພິດ ກາກບອນຕ່ຳ.
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີ ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ກ່າວວ່າ: ບັນດາຄາດໝາຍ ລະອຽດຂອງຂະແໜງອຸດສາຫະກຳ ແມ່ນມີແຜນສຸມໃສ່ປະຕິບັດເປັນຢ່າງດີໃນປີນີ້ ເພາະວ່າ ນີ້ແມ່ນເງື່ອນໄຂ ເພື່ອປະກອບສ່ວນປະຕິບັດ “ບັນດາຄາດໝາຍຂອງແຜນການ 5 ປີ ຄືແຕ່ປີ 2021 – 2025, ສ້າງພື້ນຖານໃຫ້ແກ່ປະເທດຊາດກ້າວເຂົ້າສູ່ ສັງກາດໃໝ່ – ສັງກາດ ບືນຕົວຂຶ້ນສ້າງຄວາມຮັ່ງມີເຂັ້ມແຂງ ແລະ ວັດທະນາຖາວອນ.
ຕາມການຄິດໄລ່ຂອງກະຊວງ ອຸດສາຫະກໍາ ການຄ້າ ຫວຽດນາມ, ເພື່ອເຮັດໃຫ້ການເຕີບໂຕ GDP ບັນລຸ ຢ່າງໜ້ອຍສຸດ ແມ່ນ 8%, ຂະແໜງ ອຸດສາຫະກຳ ຈະຕ້ອງເຕີບໂຕຢ່າງໜ້ອຍສຸດແມ່ນ 9,3%. ສ່ວນໃນຄາດໝາຍການເຕີບໂຕ GDP ບັນລຸສອງຕົວເລກ, ດ້ວຍຄາດໝາຍການເຕີບໂຕ GDP ແມ່ນຢູ່ໃນລະດັບ 10% ເມື່ອທຽບໃສ່ປີ 2024 ຂະແຫນງອຸດສາຫະກຳ ຕ້ອງເພີ່ມ 11,9%. ອຸດສາຫະກຳປຸງແຕ່ງ, ຜະລິດອຸດສາຫະກຳ ແມ່ນຂະແໜງຕັດສິນຊີ້ຂາດສ່ວນໃຫຍ່ເຖິງລະດັບການເຕີບໂຕຂອງເສດຖະກິດ.


