ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ອິນເດີຍ ຊ່ວຍເຫລືອຫລາຍຢ່າງແກ່ ແຂວງຜົ້ງສາລີ

Feb 12, 2025

ລັດຖະບານ ອິນເດີຍ ຊ່ວຍເຫລືອຫລາຍຢ່າງແກ່ ແຂວງຜົ້ງສາລີ
ທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງຜົ້ງສາລີ ໄດ້ຕ້ອນຮັບ ທ່ານ ປຼາຊານ ອາກາວາລ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ທີ່ໄປເຄື່ອນໄຫວຢ້ຽມຢຽມເຮັດວຽກຢູ່ແຂວງຜົ້ງສາລີ ໃນຕອນເຊົ້າຂອງວັນທີ 12 ກຸມພາ 2025.
ໃນການພົບປະຄັ້ງນີ້ ທ່ານ ປຼາຊານ ອາກຼາວາລ ໄດ້ແຈ້ງແຜນການເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ ໃຫ້ທ່ານເຈົ້າແຂວງຮັບຊາບ. ສ່ວນ ທ່ານ ຄຳຜອຍ ວັນນະສານ ໄດ້ມີຄຳເຫັນຕີລາຄາສູງ, ພ້ອມທັງລາຍງານໂດຍສັງລວມກ່ຽວກັບໝາກຜົນແຫ່ງການສ້າງສາພັດທະນາຢູ່ແຂວງຜົ້ງສາລີ ໃຫ້ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວຮັບຊາບ.
ລາວ – ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 2 ກຸມພາ 1956, ມາ ຮອດປີນີ້ ແມ່ນຄົບຮອບ 69 ປີ, ຊຶ່ງໄລຍະຜ່ານມາ ສອງປະເທດໄດ້ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ດີ ແລະ ຮັກສາໄດ້ບັນຍາກາດການຮ່ວມມືຢ່າງແໜ້ນແຟ້ນ ແລະ ລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນການກໍ່ສ້າງພື້ນ ຖານໂຄງລ່າງ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ ເປັນຈໍານວນຫຼາຍ ເວົ້າລວມ; ເວົ້າສະເພາະແມ່ນແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນການຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດຈຳນວນໜຶ່ງ ແລະ ໄດ້ຮັບທຶນຊ່ວຍເຫຼືອໂຄງການກໍ່ສ້າງຕະຫຼາດຊຸມຊົນໃຫ້ແກ່ເມືອງສຳພັນ ເປັນມູນຄ່າ 47,302 ໂດລາສະຫະລັດ, ເທົ່າກັບ 999,443,958 ກີບ.
ທ່ານ ເຈົ້າແຂວງຜົ້ງສາລີ ຍັງໄດ້ສະເໜີໃຫ້ສືບຕໍ່ພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ແຂວງຜົ້ງສາລີ ກັບ ສະຖານຖະທູດ ອິນເດຍ ປະຈໍາລາວ ຕາມຄວາມເໝາະສົມ ເປັນຕົ້ນແມ່ນ ການຊ່ວຍເຫຼືອໂດຍຜ່ານໂຄງການໃດໜຶ່ງ ໃນການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ເປັນໃຈກາງ, ເປັນຂົວຕໍ່ໃນການປະສານ, ປຸກລະດົມຊຸກຍູ້ບັນດານັກທຸລະກິດ, ຫົວໜ່ວຍທຸລະກິດຂອງອິນເດຍ ທີ່ມີຄວາມສາມາດ ແລະ ເງື່ອນໄຂເຂົ້າມາສຳຫຼວດລົງທຶນ ຢູ່ແຂວງຜົ້ງສາລີ ເປັນຕົ້ນແມ່ນການປູກ, ການລ້ຽງ, ການທ່ອງທ່ຽວ ແລະ ອື່ນໆ.
ຈາກນັ້ນ, ຄະນະດັ່ງກ່າວໄດ້ໄປຢ້ຽມຢາມສູນວາງສະແດງສີນຄ້າໂອດອບແຂວງຜົ້ງສາລີ ຕື່ມອີກ.
Cr: ສົມຄິດ