ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະຈັດກອງປະຊຸມຫາລືເຈົ້າໜ້າທີ່ອາວຸໂສຈີນ-ອາຊຽນຄັ້ງທີ 31

Feb 12, 2025

ຈະຈັດກອງປະຊຸມຫາລືເຈົ້າໜ້າທີ່ອາວຸໂສຈີນ-ອາຊຽນຄັ້ງທີ 31
ວັນທີ 11 ກຸມພານີ້, ທ່ານກົ່ວເຈ່ຍຄູ່ນ, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ກອງປະຊຸມຫາລືເຈົ້າໜ້າທີ່ອາວຸໂສຈີນ-ອາຊຽນຄັ້ງທີ 31 ຈະຈັດຂຶ້ນໃນໄວໆນີ້,ຈີນມີຄວາມຄອງຄອຍແນວໃດຕໍ່ງານຫາລືຄັ້ງນີ້?
ຕໍ່ເລື່ອງນີ້, ທ່ານ ກົ່ວເຈ່ຍຄູ່ນ ຕອບວ່າ: ການຫາລືຂອງເຈົ້າໜ້າທີ່ຊັ້ນສູງຈີນ-ອາຊຽນ ຄັ້ງທີ 31 ຈະຈັດຂຶ້ນຢູ່ນະຄອນນີງໂປ່, ແຂວງເຈີ້ຈ່ຽງຈີນ ໃນລະຫວ່າງວັນທີ 12 ຫາ 14 ກຸມພານີ້. ກອງປະຊຸມຫາລືເຈົ້າໜ້າທີ່ອາວຸໂສຈີນ-ອາຊຽນ ແມ່ນກົນໄກສົນ ທະນາຮ່ວມມືປະຈຳປີທີ່ສຳຄັນລະຫວ່າງພາກສ່ວນການຕ່າງປະເທດຂອງຈີນ ແລະ ບັນດາປະເທດອາຊຽນ. ຈີນ ຫວັງວ່າໂດຍຜ່ານກອງປະຊຸມຄັ້ງນີ້ ຈະຊຸກຍູ້ຈັດຕັ້ງປະຕິ ບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນໃນກອງປະຊຸມຜູ້ນຳຈີນ-ອາຊຽນ, ລົງເລິກແລກປ່ຽນກ່ຽວກັບການຮ່ວມມືອາຊີຕາເວັນອອກພາຍໃຕ້ສະພາບການໃໝ່, ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ໃຫ້ຄວາມສົນໃຈຮ່ວມກັນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໃຫ້ຂະຫຍາຍຕົວໄປຂ້າງໜ້າ.
Cr: CMG