ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈຳປາສັກ ຕ້ອນຮັບລັດຖະມົນຕີກະຊວງ​ ຖວທ

Feb 12, 2025

ວັນທີ 11 ກຸມພາ 2025, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)​ ພ້ອມຄະນະ ເຂົ້າພົບປະຢ້ຽມຢາມ ໃນໂອກາດມາຮ່ວມງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປະຈຳປີ 2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ – ການລົງທຶນ – ການທ່ອງທ່ຽວ ແລະ ກະສິກຳ ທີ່ແຂວງຈຳປາສັກ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງ​ຈໍາປາສັກ​ ໄດ້ກ່າວຕ້ອນຮັບ​ ລັດຖະມົນຕີກະຊວງ​ ຖວທ ພ້ອມຄະນະ ທີ່ມາຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ້, ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປະຈຳປີ 2025 ມີຫຼາຍກິດຈະກຳປິ່ນອ້ອມ ທີ່ຕິດພັນກັບວັນສຳຄັນຕ່າງໆຂອງພັກ,​ ຂອງຊາດ ເພື່ອຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ-ການທ່ອງທ່ຽວ ແລະ ກະສິກຳ ໂດຍປະຊາຊົນໄດ້ມີສ່ວນຮ່ວມ, ການສົ່ງເສີມການຕະຫຼາດ,​ ແລກປ່ຽນ, ການຊື້​-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ​ ທັງເປັນເຈົ້າການອະນຸລັກ​-ສົ່ງເສີມປະເພນີ, ວັດທະນະທຳ ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ຄະນະພັກ​ – ອົງການປົກຄອງແຂວງ ໃນການນຳພາ-ຊີ້ນຳ ໂດຍສະເພາະແມ່ນຜົນງານດ້ານການທ່ອງທ່ຽວແຂວງ, ການເປີດງານບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປີນີ້ ເຊິ່ງມີຫຼາຍກິດຈະກຳທີ່ປິ່ນອ້ອມ ແລະ ເຫັນວ່າມີບັນຍາກາດ, ມີໃບໜ້າອັນໃໝ່,​ ປະຊາຊົນໄດ້ມີສ່ວນຮ່ວມ ເປັນເຈົ້າການອະນຸລັກ​-ສົ່ງເສີມປະເພນີ, ວັດທະນະທຳ, ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ ໃຫ້ໄດ້ຮັບການເສີມຂະຫຍາຍ, ສືບທອດໄປສູ່ຄົນຮຸ່ນຫຼັງ ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ຂໍໃຫ້ສືບຕໍ່​ນໍາພາ​-​ຊີ້ນຳວຽກງານດັ່ງກ່າວ ໃຫ້ດີຂື້ນເລື້ອຍໆ.
ໃນໂອກາດນີ້, ທ່ານ ເຈົ້າແຂວງຈຳປາສັກ ແລະ ທ່ານ ລັດຖະມົນຕີກະຊວງ ຖວທ ຍັງໄດ້ຕົກລົງເຫັນດີທີ່ຈະຄົ້ນຄວ້າ,​ ສະເໜີດ້ານການທ່ອງທ່ຽວ ເປັນແຜນຍຸດທະສາດລະດັບຊາດ, ຊຸກຍູ້ທ່າແຮງດ້ານການທ່ອງທ່ຽວ,​ ພັດທະນາເຂດທ່ອງທ່ຽວ ເກາະດອນ (ສີທັນດອນ) ລວມທັງການທ່ອງທ່ຽວທີ່ເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ​ປະເທດໃກ້ຄຽງ ຕື່ມອີກ.
Cr​: ທັດຊະນະ