ວັນທີ11 ກຸມພາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ແລະ ປຶກສາຫາລືວຽກງານຕ່າງໆຂອງໂຄງການກໍ່ສ້າງທາງດ່ວນ ແຕ່ແຂວງອຸດົມໄຊ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ. ມີ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ສິດທິພົງ ແສງສຸລິຍາ ປະທານບໍລິສັດ ກໍ່ສ້າງ-ລົງທືນ ແລະ ຖືຮຸ້ນແຂວງຢຸນນານ (ລາວ)ຈໍາກັດຜູ້ດຽວ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຂໍ້ມູນ,ໄກ່ເກ່ຍ ແລະ ຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງດ່ວນ ຊ່ວງແຂວງອຸດົມໄຊ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ. ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ເຊີ່ງໄດ້ແຕ່ງຕັ້ງ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫຼວງນໍ້າທາເປັນຫົວໜ້າ, ທ່ານ ພູນແກ້ວ ເຫຼົາອີນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນຮອງ ປະກອບຄະນະອີກ 9 ທ່ານ; ແຕ່ງຕັ້ງກອງເລຂາຊ່ວຍວຽກ 5 ທ່ານ ແລະ ແຕ່ງຕັ້ງທີມງານເກັບກໍາຂໍ້ມູນພາກສະໜາມ 6 ທ່ານ; ພ້ອມນັ້ນຜູ້ຕາງໜ້າບໍລິສັດໄດ້ລາຍງານຄວາມຄືບໜ້າກ່ຽວກັບການຈັ້ດຕັ້ງປະຕິບັດວຽກງານຂອງໂຄງ ການກໍ່ສ້າງທາງດ່ວນ ຊ່ວງແຂວງອຸດົມໄຊ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ ເປັນໄລຍະທີ 4 ຂອງການກໍ່ສ້າງໂຄງການມີຄວາມຍາວ 76 ກວ່າກິໂລແມ້ດ, ໃນນີ້ແລວທາງດ່ວນຊ່ວງທີ່ຜ່ານເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ມີໄລຍະທາງ 21ກວ່າກິໂລແມັດ,ບ້ານທີ່ຖືກແລວທາງຜ່ານມີ 4 ບ້ານຄື: ບ້ານ ຕີນຕົກ, ນາເຕີຍ, ບໍ່ປ່ຽດ ແລະ ບ້ານ ບໍ່ເຕ່ນ; ມີຄອບຄົວທີ່ຖືກຜົນກະທົບ 89 ຄອບຄົວ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປືກສາຫາລືກ່ຽວກັບວຽກງານຕ່າງໆຂອງໂຄງການກໍ່ສ້າງທາງດ່ວນ ເປັນຕົ້ນແມ່ນການກໍານົດລາຄາຫົວໜ່ວຍຊົດເຊີຍຂອງໂຄງການ, ການສັງລວມຜົນກະທົບທີ່ອາດຈະເກີດຂື້ນຕໍ່ທີ່ດີນ ແລະ ຊັບສີນຂອງປະຊາຊົນ, ຂື້ນແຜນງົບປະມານ, ການກໍານົດເວລາຂອງການລົງກວດກາຕົວຈີງພາກສະໜາມ ແລະ ຈັດກອງປະຊຸມປືກສາຫາລືແບບປະຊາຊົນມີສ່ວນຮ່ວມກ່ຽວກັບຜົນກະທົບຈາກໂຄງການ,ປະກອບບຸກຄະລາກອນລົງຟື້ນທີ່ແຕ່ລະບ້ານ ແລະ ພາກສະໜາມ ຄຽງຄູ່ກັບການເອົາໃຈໃສ່ອໍານວຍຄວາມສະດວກໃນດ້ານຕ່າງໆ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.
Cr: ສົມພອນ ຂຸນດາວົງ





