ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເນັ້ນໜັກຫລາຍຢ່າງຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

Feb 13, 2025

ຮອງນາຍົກລັດຖະມົນຕີ ເນັ້ນໜັກຫລາຍຢ່າງຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ
ວັນທີ 12 ກຸມພາ 2025, ທີ່ນະຄອນຫລວງວຽງຈັນສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ໄດ້ໂອ້ລົມໃນໂອກາດປິດກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ 3 ສະໄໝທີ IV.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະພັກ, ຄະ ນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ສ້າງມາໄດ້ ເຊິ່ງສະແດງໃຫ້ເຫັນມີຫຼາຍອັນທີ່ພົ້ນເດັ່ນ ພ້ອມທັງ ໃຫ້ທິດເຍືອງທາງ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ຄວນເອົາໃຈໃສ່ຄົ້ນຄວ້າຮູບແບບໂຄສະນາ-ສຶກສາອົບຮົບການເມືອງ-ນຳພາແນວຄິດ ຕໍ່ສະມາຊິກນັກຮົບເກົ່າໃຫ້ແທດເໝາະ ແລະ ສອດຄ່ອງແຕ່ລະເປົ້າໝາຍ ໃນແຕ່ລະໄລຍະ ເພື່ອໃຫ້ເຂົ້າເຈົ້າກໍາໄດ້ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຕົວຈິງ ໂດຍຖືເອົາ 3 ວັນປະຫວັດສາດ ສຳຄັນຂອງຊາດ, ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນປີ 2025 ນີ້ ເປັນການໂຄສະນາປຸກ ລະດົມນັກຮົບເກົ່າ ກໍຄືປະຊາຊົນລາວບັນດາເຜົ່າໃຫ້ເລິກເຊິ່ງ ແລະ ກວ້າງຂວາງ.
ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕ້ອງໄດ້ເພີ່ມທະວີ ເອົາ ໃຈໃສ່, ແກ້ໄຂບັນດາຂໍ້ ຄົງຄ້າງໃນປີຜ່ານມາ ໃນຂັ້ນຮາກຖານພັກ ເພື່ອຂົນຂວາຍປຸກລະດົມປະຊາຊົນ ເຮັດວຽກງານຮາກຖານ ຊ່ວຍຄະນະພັກຂັ້ນເທິງ; ປັບປຸງເນື້ອໃນ ແລະ ຮູບແບບເຄື່ອນ ໄຫວນຳພາ ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບົດບາດ ແລະ ໜ້າທີ່ ຂອງສະຫະພັນນັກຮົບເກົ່າ; ເອົາໃຈໃສ່ປະສານສົມທົບແໜ້ນກັບ ບັນດາກະຊວງ, ອົງການ ຂັ້ນສູນກາງ ກໍຄືຄະນະພັກ ອົງການປົກ ຄອງທ້ອງຖິ່ນ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງ, ເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍ ຕໍ່ສະມາຊິກນັກຮົບເກົ່າ; ເອົາໃຈໃສ່ໃນການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ສອດຄ່ອງ, ຮັບປະກັນເລືອກໄດ້ບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຖືກຕ້ອງ, ມີຄວາມຮູ້ ຄວາມ ສາມາດ ໃນການນໍາພາ-ຊີ້ນຳວຽກງານ; ຊຸກຍູ້ຂະບວນການແຂ່ງ ຂັນ ຂອງສະຫະພັນນັກຮົບເກົ່າ ຕິດພັນກັບຂະບວນການຮັກ ຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກ ຕ້ອງສຸມໃສ່ພ້ອມກັນປະຕິບັດ ຂໍ້ແຂ່ງຂັນຂອງນັກຮົບເກົ່າ ໃຫ້ແຂ່ງແຮງ ແລະ ເປັນຂະບວນຟົດຟື້ນ; ເອົາໃຈໃສ່ບຳລຸງ, ຍົກລະດັບ, ກໍ່ສ້າງພະນັກງານ ແລະ ປັບປຸງບູລະນະການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ແລະ ປະກອບມີພະນັກງານ-ລັດຖະກອນ ຜູ້ທີ່ມີຄວາມຮູ້ ຄວາມສາ ມາດ, ມີຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດໜ້າທີ່ວຽກ ງານ ທີ່ໄດ້ຮັບມອບໝາຍ; ເພີ່ມທະວີວຽກງານກໍ່ສ້າງຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ກັບສະມາຄົມນັກຮົບເກົ່າ ຫວຽດນາມ ແລະ ບັນດາປະເທດເພື່ອນມິດ ພາກພື້ນ ແລະ ສາກົນ ບົນພື້ນຖານແນວທາງການຕ່າງປະເທດ ຂອງພັກ-ລັດ ເພື່ອຍົກສູງບົດບາດ ຂອງນັກ ຮົບເກົ່າລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນ, ທັງຮັບປະ ກັນນຳຜົນປະໂຫຍດຕົວຈິງ ໃນການພັດທະນາວຽກງານຂອງນັກ ຮົບເກົ່າ ໃຫ້ມີບາດກ້າວຫັນປ່ຽນດີຂຶ້ນ.
Cr: ສຸເວດ ສີດາຄໍາ