ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ

ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ຮ່ວມມືກັບສະຖາບັນພັດທະນາສີມືແຮງ ງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ສຳເລັດກອງປະຊຸມປຶກສາຫາລື ເພື່ອໃຫ້ຄຳໝັ້ນສັນຍາ ແລະ ເພີ່ມທະວີຄວາມພະຍາຍາມເພື່ອຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ໃນວັນທີ 12 ກຸມພາ 2025 ທີ່ນະຄອນຫລວງວຽງ ຈັນ.
ຂໍ້ລິເລີ່ມນີ້ໄດ້ສຸມໃສ່ການເພີ່ມທະວີທາງດ້ານການເຄື່ອນຍ້າຍ, ການຮັບຮູ້, ແລະ ການພັດທະນາທັກສະສີມືແຮງງານໃຫ້ແກ່ແຮງ ງານເຄື່ອນຍ້າຍ, ເພື່ອຊຸກຍູ້ການເຄື່ອນຍ້າຍທີ່ປອດໄພ, ເປັນລະ ບຽບຮຽບຮ້ອຍ, ແລະ ເປັນປົກກະຕິ.
ຜົນໄດ້ຮັບຫຼັງຈາກກອງປະຊຸມຄັ້ງນີ້ປະກອບມີ: ການພັດທະ ນາແຜນດຳເນີນງານຮອບດ້ານ, ການສ້າງຕັ້ງກົນໄກການປະສານງານ ແລະ ການຕິດຕາມກວດກາ, ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງຈາກພາກລັດ, ພາກເອກະຊົນ, ອົງການຈັດ ຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ແລະ ການເພີ່ມທະວີການລາຍງານໃຫ້ມີປະສິດທິພາບ.
ກອງປະຊຸມປຶກສາຫາລືຄັ້ງນີ້ ເປັນຂີດໝາຍອັນສຳຄັນໃນການຮັບປະກັນໃຫ້ແຮງງານເຄື່ອນຍ້າຍໃນ ສປປ ລາວ ເຂົ້າເຖິງການພັດທະນາສີມືແຮງງານ ແລະ ການຮັບຮູ້ໄດ້ດີຂຶ້ນ, ເພື່ອປະ ກອບສ່ວນເຂົ້າໃນການພັດທະນາທາງດ້ານເສດຖະກິດ ແລະ ການ ເຊື່ອມໂຍງໃນພາກພື້ນ.
Cr: IOM LaoPDR





