ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສອງຄອນ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງສອງຄອນ ຄັ້ ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການໃນລະ ຫວ່າງວັນທີ 12 ກຸມພາ 2025 ໂດຍການເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ
ພາຍຫຼັງທີ່ສະຫາຍ ລິນທອງ ບຸນທະມາລີ ວ່າການເລຂາພັກເມືອງວ່າການເຈົ້າເມືອງສອງຄອນ ກ່າວໄຂກອງປະຊຸມຢ່າງເປັນທາງການ; ສະຫາຍ ຄໍາສິງ ກຸເພັດວົງໄຊ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງບົດລາຍງານຕໍ່ກອງປະຊຸມຕໍ່ດ້ວຍແຜນພັດທະນາເສດຖະກິດ-ສັງຄົມສະເໜີໂດຍ ສະຫາຍ ດຣ ຄໍາຜັ້ນ ອິນທະວົງ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາ (2020-2024), ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຄະນະເມືອງໄດ້ເອົາໃຈໃສ່ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ວຽກງານດັ່ງກ່າວກາຍເປັນສະຕິ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນຮອບດ້ານຢ່າງແທ້ຈິງ; ການພັດທະນາເສດຖະກິດ, ໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂດຍຖື ເອົາການພັດທະນາທາງດ້ານກະສິກໍາສະອາດສົ່ງອອກຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການດ້ານຕ່າງໆເຮັດໃຫ່ເສດຖະກິດມະຫາພາກຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນລະດັບ 6,05%, ລວມຍອດຜະລິດຕະພັນພາຍໃນບັນລຸ 2 ພັນກ່ວາຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 20 ລ້ານກວ່າກີບເທົ່າກັບ 2,492 ໂດລາສະຫະລັດ.
ການພັດທະນາກະສິກໍາຕາມທິດສະອາດຍືນຍົງດ້ວຍການຫັນໄປສູ່ຂະບວນການຜະລິດທີ່ກ້າວໜ້ານໍາໃຊ້ວິທະຍາສາດ, ວິທະຍາການ-ເຕັກນິກໝ່ ແລະ ກົນຈັກທັນສະໄໝ, ປັບປຸງຂະຫຍາຍຈາກເນື້ອທີ່ນາໄຮ່ນ້ອຍເປັນນາໄຮ່ໃຫຍ່ໃນເຂດທີ່ມີເງື່ອນໄຂ; ດ້ານການສຶກສາ ແລະ ກິລາໄດ້ຈັດຕັ້ງປະຕິບັດແຜນພັດທະນາການສຶກສາແບບຍືນຍົງບັນລຸໄດ້ 50%, ສູ້ຊົນໃຫ ້ ປະຊາຊົນບັນດາເຜົ່າໄດ້ຮັບການບໍາລຸງຈົບຊັ້ນ ມປາຍ ໄດ້ 70 ຄົນ, ເທົ່າກັບ 50% ຂອງແຜນການ; ດ້ານສາທາລະນະສຸກໄດ້ເອົາໃຈໃສ່ປະຕິບັດວຽກງານອະນາໄມກັນພະຍາດ, ສົ່ງເສີມສຸຂະພາບເປັນຕົ້ນຕໍ, ປັບປຸງ ແລະຂະຫຍາຍຕາໜ່າງດ້ານສາທາລະນະສຸກໄປສູ່ຊົນນະບົດ, ພົ້ນເດັ່ນແມ່ນຈັດຕັ້ງປະຕິບັດ 11 ຕົວຊີ້ວັດໄດ້ 100%, ສ້າງບ້ານແບບຢ່າງສາທາລະນະສຸກໄດ້ 100%.
ພິເສດໄດ້ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໃນຕົ້ນເດືອນກຸມພາ 2024 ຢ່າງເປັນທາງການ, ທົ່ວເມືອງໄດ້ສ້າງຄອບຄົວວັດທະນະທໍາໄດ້ 18 ພັນກວ່າຄອບຄົວ ຫຼື 93% ແລະ ບ້ານວັດທະນະທໍາເພີ່ມຂຶ້ນ 1 ບ້ານລວມເປັນ 99 ບ້ານ ຫຼື 100%, ພັດທະນາແຫຼ່ງທ່ອງທ່ຽວໄດ້ 4 ແຫ່ງສາມາດດຶງດູດນັກທ່ອງທ່ຽວໄດ້ 40 ພັນກວ່າຄົນ ແລະທົ່ວເມືອງສາມາດລຶບລ້າງຄອບຄົວທຸກຍາກໄດ້ 18,173 ຄອບຄົວຫຼາຍກວ່າ99%ຂອງຄອບຄົວທຸກຍາກ, ສ້າງບ້ານພັດທະນາໄດ້ 86 ບ້ານ ເທົ່າກັບ 87%, ບ້ານໃຫຍ ່ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ 2 ບ້ານ.
ໃນວາລະປະຊຸມຍັງໄດ້ມີການປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຂົງເຂດ ປກຊ-ປກສ ປະກອບຄໍາເຫັນ, ຕາງໜ້າຂົງເຂດເສດຖະກິດປະກອບຄໍາເຫັນ, ຕາງໜ້າຂົງເຂດວັດທະນະທໍາ-ສັງຄົມປະກອບຄໍາເຫັນ,ຕາງໜ້າກອງທຶນພັດທະນາບ້ານໜອງວັດ, ຕາງໜ້າໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ແລະ ຄອບຄົວຕົວແບບປະກອບຄໍາເຫັນ. ໃນກອງປະຊຸມບັນດາຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງສອງຄອນ ຊຸດໃຫມ່ນໍາອີກດ້ວຍ.




