ເມືອງວຽງທອງ ລະນຶກວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ

ຕອນເຊົ້າຂອງວັນທີ 12 ກຸມພາ 2025 ຢູ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງວຽງທອງ, ແຂວງບໍລິຄໍາໄຊ ສະຫະພັນກຳມະບານເມືອງໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກໍາມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956-1 ກຸມພາ 2025) ໃຫ້ກຽດປາຖະກະຖາ ໂດຍ ທ່ານ ວັນຄຳ ເພັດໄຊຍະວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີຄະນະບໍລິຫານງານສະຫະພັນກໍາມະບານອ້ອມຂ້າງເທດສະບານເມືອງ, ສະມາຊິກກໍາມະບານເຂົ້າຮ່ວມ.
ທ່ານໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວແຕ່ລະໄລຍະ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໄລຍະ 69 ປີຂອງການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກຳມະບານ ໃນການປະກອບສ່ວນພາລະກິດປະຕິວັດພ້ອມທັງເສີມຂະຫຍາຍທາດແທ້, ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ ແລະ ມູນເຊື້ອອັນດີງາມ 69 ປີ ຂອງອົງການກຳມະບານລາວ. ຈາກນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງສະຫະພັນກຳມະບານເມືອງ ເລກທີ 24/ກບມ ວ່າດ້ວຍການມອບໃບຢັ້ງຢືນກຳມະບານຮາກຖານ 5 ເປັນເຈົ້າໃຫ້ແກ່ກຳມະບານຮາກຖານ ທີ່ມີຜົນງານດີເດັ່ນປະຈຳປີ 2024 ຕື່ມອີກ. ຈຸດປະສົງການປາຖະກະຖາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ສະມາຊິກກຳມະບານກໍາໄດ້ທາດແທ້ຂອງ
ຊົນຊັ້ນກຳມະກອນ ແລະ ຮໍ່າຮຽນເອົາເປັນແບບຢ່າງໃນການປະຕິບັດໜ້າທີ່ຄວາມຮັບຜິດຊອບຢູ່ໃນທຸກຂົງເຂດວຽກງານໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ: ທອງວັນດີ






