ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງບໍ່ແຕນ ຄັ້ງທີ VIII

Feb 13, 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງບໍ່ແຕນ ຄັ້ງທີ VIII
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ຂອງອົງຄະນະພັກ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ກຸມພານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ບຸນພະລັງ ວິໄລສັກ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ, ມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີແຂກຮັບເຊີນ ແລະ ຜູ້ ແທນສົມບູນ 103 ສະຫາຍ ຍິງ 7 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 983 ສະຫາຍ.
ກອງປະຊຸມ, ໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ. ໃນນີ້, ໄດ້ເອົາໃຈໃສ່ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກງານທີ່ສຳຄັນ, ອັນໄດ້ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ໄດ້ຫັ້ນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 5.5% ຕໍ່ປີ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 5%, ຂະແໜງອຸດສາຫະກຳຂະຫຍາຍຕົວ 5%, ຂະແໜງບໍລິການຂະຫຍາຍຕົວ 6%, ລວມຍອດຜະລິດຕະພັນພາຍໃນ ມາຮອດປັດຈຸບັນບັນລຸ 509.98 ຕື້ກີບ ສະເລ່ຍໃສ່ຫົວຄົນໄດ້ 26.07 ລ້ານກີບ ຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 15.50 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 122%, ຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 11.44 ຕື້ກີບ ເທົ່າກັບ 99%, ການສົ່ງອອກສິນຄ້າຜະລິດຕະພັນກະສິກຳ ປະຕິບັດໄດ້ 56.65 ຕື້ກວ່າກີບ, ການນໍາເຂົ້າສີນຄ້າປະຕິບັດໄດ້ 4.21 ຕື້ກວ່າກີບ, ການລົງທຶນທົ່ວສັງຄົມທັງໝົດ 91 ຕື້ກວ່າກີບ. ໃນນີ້, ທຶນຂອງລັດກວມເອົາ 5%, ທຶນກູ້ຢືມ ແລະ ຊ່ວຍເຫຼືອທາງການເພື່ອການພັດນາຈາກຕ່າງປະເທດ ກວມເອົາ 6.16%, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ກວມເອົາ 88.84%. ການລ້ຽງສັດໄດ້ຫັນໄປສູ່ການລ້ຽງແບບເປັນກຸ່ມ ຕິດພັນກັບການປູກຫຍ້າ ແລະ ດູແລຮັກສາສຸຂະພາບສັດ ເຮັດໃຫ້ຝູງສັດຂະຫຍາຍຕົວ ເພີ່ມຂຶ້ນສະເລ່ຍ 8% ຕໍ່ປີ, ສາມາດຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ທັງໝົດ 1,310.82 ໂຕນ ສະເລ່ຍໃສ່ຫົວຄົນໄດ້ 67 ກິໂລຕໍ່ຄົນຕໍ່ປີ.
ສິ່ງທີ່ພົ້ນເດັ່ນແມ່ນສາມາດສົ່ງອອກສັດໃຫຍ່ເປັນສິນຄ້າ ສະເລ່ຍ 16,395 ໂຕຕໍ່ປີ, ສາມາດຜະລິດເຂົ້າໄດ້ທັງໝົດ 12 ພັນກວ່າໂຕນ ສະເລ່ຍໃສ່ຫົວຄົນໄດ້ 568 ກິໂລ/ຄົນ/ປີ, ການປູກພືດເປັນສິນຄ້າ ໄດ້ມີທ່າອ່ຽງເພີ່ມຂຶ້ນ ສິ່ງທີ່ພົ້ນເດັ່ນແມ່ນຂະບວນການປູກຢາງພາລາ. ປັດຈຸບັນ ສາມາດຂີດຢາງໄດ້ແລ້ວ 418 ເຮັກຕາ ກວມເອົາ 81%. ກອງປະຊຸມຄັ້ງນີ້, ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ VIII, ເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາ ແລະ ປະ ທານ, ຮອງປະທານກວດກາພັກ, ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກເມືອງຈະໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ.
ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງສຳເລັດ.
Cr: ອຸ່ນເຮືອນ ໂພທິລັກ