ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ກູເວດ

Feb 13, 2025

ທ່ານ ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ກູເວດ
ໃນວັນທີ 11 ກຸມພາ 2025 ຜ່ານມາ, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະ ບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)”.
ໃນລະຫວ່າງການເຂົ້າຮ່ວມກອງປະຊຸມຄັ້ງນີ້ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ, ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ແລະ ຄະນະ ແລະ ການພົບປະກັນຄັ້ງນີ້, ສອງຝ່າຍ ສະແດງຄວາມປິຕິຍິນດີທີ່ມີໂອ ກາດພົບກັນ ແລະ ຕິລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີດີລະຫວ່າງສອງປະເທດ ລາວ ແລະ ລັດກູເວດ ທີ່ໄດ້ຮັບການພັດ ທະນາເປັນກ້າວໆ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ສະແດງຄວາມຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ ແລະ ປະຊາຊົນກູເວດ ທຸກທົ່ວຫນ້າ ເນື່ອງໃນໂອກາດວັນຊາດກູເວດ (National Day) ຄົບຮອບ 75 ປີ (25 ກຸມພາ 1950-25 ກຸມພາ 2025) ແລະ ວັນປະກາດເອກະລາດ (Liberation Day) ຄົບຮອບ 34 ປີ (26 ກຸມພາ 1991-26 ກຸມ ພາ 2025) ທີ່ຈະມາເຖິງນີ້.
ພ້ອມດຽວກັນນັ້ນ, ຍັງໄດ້ ສະແດງຄວາມຍິນດີ ທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ລັດກູເວດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 14 ກໍລະກົດ 2008 ເປັນຕົ້ນມາ, ລັດກູເວດ ໃຫ້ຄວາມສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫຼອດໄລຍະຫຼາຍປີຜ່ານ ແລະ ປີນີ້ກໍພໍດີຄົບຮອບ 17 ປີ ໃນການສ້າງຕັ້ງສາຍພົວພັນການທູດນໍາກັນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຍັງລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຂະແໜງການກະສິກຳ ແລະ ຂະແໜງພະລັງງານ ແລະ ສະເໜີຊຸກຍູ້ໃຫ້ ນັກທຸລະກິດ ຈາກລັດກູເວດ ເຂົ້າມາຊອກຮູ້ກາລະໂອກາດດ້ານການລົງທຶນຕ່າງໆ ທີ່ ສປປ ລາວ ເພາະມີທ່າແຮງຫຼາຍດ້ານ, ເຊັ່ນ: ດ້ານພະລັງງານສະ ອາດ, ອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ການທ່ອງທ່ຽວ ແລະ ອື່ນໆ.
​ ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເລີມຂະຫຍາຍ ການພົວພັນ ທາງດ້ານເສດຖະ ກິດ ແລະ ການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມືດ້ານການຄ້າ-ການລົງທຶນ ແລະ ອື່ນໆລະ ຫວ່າງສອງປະເທດ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ, ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນໂອກາດທີ່ສະດວກ ແລະ ເໝາະສົມ.