ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພົບປະສອງຝ່າຍກັບສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ

Feb 13, 2025

ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພົບປະສອງຝ່າຍກັບສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວ ໂລກ ປະຈໍາປີ 2025 (World Governments Summit 2025), ທີ່ຈັດຂຶ້ນໃນລະຫວ່າງວັນທີ 11 ຫາ 13 ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ໃນວັນທີ 12 ກຸມພາ 2025, ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ,ຮອງປະທານາທິ ບໍດີ, ນາຍົກ ລັດຖະມົນຕີ, ເຈົ້າຄອງນະຄອນດູໄບ.
ໃນການພົບປະຄັ້ງ ນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນ ຮັບທີ່ຢ່າງອົບອຸ່ນພ້ອມທັງໃຫ້ຄວາມສະດວກສະບາຍທຸກຢ່າງໃນການເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນໃນວັນທີ 15 ຕຸລາ 1996 ເປັນຕົ້ນມາ, ສະ ຫະນະຄອນ ເອເມຣັດ ອາຣັບ ໃຫ້ຄວາມສໍາຄັນໃນການເສີມ ຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫຼອດໄລຍະຫຼາຍຜ່ານມາ ແລະ ປີ 2026 ນີ້ກໍພໍດີຄົບ ຮອບ 30 ປີ ເຕັມໄປດ້ວຍຂິດໝາຍສໍາຄັນ ທີ່ສອງຜູ້ນໍາໄດ້ພົບປະກັນໃນລະ ຫວ່າງການເຂົ້າຮ່ວມກອງ ປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ແລະ ທີ່ຜ່ານມາກໍເຫັນວ່າ ນັກທຸລະກິດຂອງ ຢູເອອີ ຈໍານວນໜື່ງໄດ້ໄປລົງທຶນ ຢູ່ ສປປ ລາວ ໃນຂະແໜງການທ່າບົກ ທີ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ນັກທຸ ລະກິດລາວກໍໄດ້ມີການນໍາເຂົ້າວັດຖຸພັນຈາກ ຢູເອອີ ອີກດ້ວຍ, ເຫັນດີສືບຕໍ່ຊຸກຍູ້ ພາກທຸລະກິດ ແລະ ນັກລົງທຶນ ເດີນທາງໄປສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ ໃນຂະແໜງ ການທີ່ມີທ່າແຮງສູງເປັນຕົ້ນ ກະສິກໍາ, ອຸດສາຫະກໍາ, ທ່ອງທ່ຽວ, ພະລັງງານ-ໄຟຟ້າ, ບໍ່ແຮ່ ແລະ ອື່ນໆ,ໃຫ້ສອງຝ່າຍມີການຮ່ວມມືກັນຕື່ມອີກ.
ໃນໂອກາດນີ້, ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອ ເຊີນ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດ ຖະມົນຕີ, ເຈົ້າຄອງນະຄອນດູໄບ, ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ ເໝາະສົມ ເພື່ອເປັນໜຶ່ງໃນກິດຈະກໍາຂອງການສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດເພື່ອນມິດພວກເຮົາ ໃນປີ 2026 ທີ່ຈະມາເຖິງນີ້.
ພ້ອມດຽວກັນ,⁠ ໃນຕອນເຊົ້າຂອງວັນທີ 11 ກຸມພາ 2025 ຜ່ານມາທ່ານ ປອ. ທານິ ບິນ ອາເມັດ ອາລ ເຊຢູດິ, ລັດຖະມົນຕີ ແຫ່ງລັດ ຮັບຜິດຊອບດ້ານການຄ້າຕ່າງປະເທດ ແຫ່ງ ສະຫະນະ ຄອນ ເອເມຣັດ ອາຣັບ ໄດ້ເຂົ້າພົບຢ້ຽມຂໍ່ານັບ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເພື່ອປຶກສາຫາຫຼືການ ຮ່ວມມືເພື່ອສົ່ງເສີມດ້ານການຄ້າ ແລະ ການລົງທຶນທີ່ທັງສອງຝ່າຍມີທ່າແຮງຮ່ວມກັນ.