ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງເຮັດໃຫ້ເສດຖະກິດເມືອງປະທຸມພອນ ຂະຫຍາຍຕົວ 7,26% ຕໍ່ປີ.

ທ່ານ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ໃຫ້ສໍາພາດໃນວັນທີ 12 ກຸມພາ 2025 ນີ້ວ່າ:
ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງຄັ້ງທີ VIII ໃນໄລຍະ 5 ປີຜ່ານມາ (2020 – 2024), ມີຜົນສຳເລັດຫຼາຍດ້ານ, ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ – ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຕາມທິດທີ່ໄດ້ກຳນົດໄວ້. ສຳລັບການພັດທະນາເສດຖະກິດ ຂອງເມືອງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ສະເລ່ຍ 7,26% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 6.690 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ລື່ນແຜນ 15,73%, ລາຍຮັບສະເລ່ຍຂອງພົນລະເມືອງ ບັນລຸໄດ້ 18,74 ລ້ານກີບ ຫຼື ເທົ່າກັບ 1.150 ໂດລາສະຫະລັດຕໍ່ຄົນຕໍ່ປີ; ເຮັດໃຫ້ໂຄງປະກອບເສດຖະກິດມີການຂະຫຍາຍຕົວຕາມທ່າແຮງບົ່ມຊ້ອນຂອງເມືອງ. ນອກນີ້ ຍັງໄດ້ນໍາພາຈັດຕັ້ງຜັນຂະຫຍາຍວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຕາມເນື້ອໃນ 5 ຈຸດສຸມທີ່ໄດ້ກໍານົດໄວ້ຢ່າງແຂງແຮງ ໂດຍສະເພາະ ໄດ້ນໍາພາຈັດຕັ້ງປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນການໃຊ້ຈ່າຍງົບປະມານ ແລະ ສ້າງຄວາມເຂັ້ມແຂງໃນການຈັດເກັບລາຍຮັບ, ສາມາດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 67,73 ຕື້ກີບ ທຽບໃສ່ແຜນລື່ນແຜນ 10%; ອັນພົ້ນເດັ່ນ ສາມາດເກັບລາຍຮັບຈາກສິນຄ້າເຄື່ອງປ່າຂອງດົງ ປະເພດໝາກຈອງບານ ໄດ້ 1.385 ໂຕນ, ເພີ່ມຂຶ້ນ 77,33%, ສ້າງລາຍຮັບເຂົ້າງົບປະມານໄດ້ 10,99 ຕື້ກີບ, ສາມາດເປັນເມືອງກຸ້ມຕົນເອງທາງດ້ານລາຍຮັບງົບປະມານ.
ປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດຳລັດ 348 ປະຈໍາປີ 2024, ຄອບຄົວທຸກຍາກ ຍັງເຫຼືອ 194 ຄອບຄົວ ກວມ 1,60%, ຄອບຄົວພົ້ນທຸກ ມີ 11.895 ຄອບຄົວ ກວມ 98,40%, ຄອບຄົວພັດທະນາເພີ່ມຂຶ້ນເປັນ 10.684 ຄອບຄົວ ກວມ 88,38% ແລະ ບ້ານທຸກຍາກຫຼຸດລົງຍັງເຫຼືອ 2 ບ້ານ ກວມ 2,94%, ບ້ານພົ້ນທຸກມີ 66 ບ້ານ ກວມ 97% ແລະ ບ້ານທີ່ບັນລຸມາດຕະຖານພັດທະນາ ເພີ່ມຂຶ້ນເປັນ 23 ບ້ານ ກວມ 33,82% ຂອງບ້ານທົ່ວເມືອງ. ອັນພົ້ນເດັ່ນ ໄດ້ຮັບຮອງບ້ານຫົວດອນແດງ ເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ແລະ ໄດ້ຮັບຮອງເມືອງປະທຸມພອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ.
ຕໍ່ກັບການຫ້າງຫາກະກຽມດຳເນີນກອງປະຊຸມໃຫຍ່ ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ ກ່າວວ່າ:ທາງເມືອງໄດ້ສ້າງຜົນງານ ແລະ ຂະບວນການຢ່າງຟົດຟື້ນເພື່ອຕ້ ອນຮັບ ນັບແຕ່ການປະດັບປະດາ,ຮັກສາຄວາມສະອາດຈົບງາມ,ຄວາມສະຫງົບເປັນລະບຽບຮຽບຮ້ອຍ.ການສ້າງສ່ພັດທະນາຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ. ມາຮອດປັດຈຸບັນ, ສາມາດຢືນຢັນໄດ້ວ່າ ເມືອງປະທຸມພອນ ມີຄວາມພ້ອມ 100% ໃນການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IX
ຂ່າວ-ພາບ:ເກດສະໜາ





