ປີຜ່ານມາ ມີຄະດີຢາເສບຕິດເກີດຂຶ້ນ 9 ເລື່ອງຢູ່ເມືອງປາກທາ

ວັນທີ 11 ກຸມພາ 2025, ທີ່ສະໂມສອນຂອງກອງບັນຊາການ ປກສ ເມືືອງປາກທາ, ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງກອງບັນຊາການ ປກສ ເມືອງປາກທາ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025ຂື້ນ ໂດຍການເປັນປະທານຂອງ ທ່ານ ພັທ ຄຳດີ ເກດພີນດາ ກຳມະ ການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງປາກທາ
ທ່ານ ພັທ ສົມຫວັງ ຈັນທະດາວົງ ຮອງກອງບັນຊາການ ປກສ ເມືອງປາກທາ ໄດ້ຜ່ານບົດສະຫຼຸບ ໂດຍໄດ້ຍົກໃຫ້ເຫັນວ່າ: 1 ປີທີ່ຜ່ານມາ ປກສເມືອງ ສາມາດຍາດ ໄດ້ຜົນງານພົ້ນເດັ່ນນຫລາຍດ້ານ. ຢ່າງໃດກໍຕາມ, ຄຽງຄູ່ກັບຈຸດດີ ກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຍັງບໍ່ສາມາດແກ້ໄຂໄດ້ສຳເລັດ ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍ ໃນເມືອງປາກທາ ເປັນຕົ້ນແມ່ນ: ບັນຫາການລັກຊັບ-ຊິງຊັບ, ການຄາດຕະກໍາ, ບັນຫາອາວຸດເຖື່ອນ, ຂີ້ລັກງັດແງະ, ບັນຫາຢາເສບຕິດເຊິ່ງເຫັນວ່າມີກຸ່ມຊາວໝຸ່ມ-ໄວໝຸ່ມມົ້ວສຸມສິງເສບຕິດປະເພດຕ່າງໆເຊັນ: ( ຢາບ້າ, ນໍ້າກະທອມ, ຢາສູບໄຟ້າ, ສານສູບດື່ມທີ່ຜິດຕໍ່ລະບຽບກົດໝາຍ…. ), ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ບັນຫາການລັກລອບເຂົ້າ-ອອກເມືອງຜິດກົດໝາຍ ຂອງປະຊາຊົນຈໍານວນໜ້ອຍໜຶ່ງລຽບຕາມຊາຍແດນ ດີນຕໍ່ແຜນ, ບັນຫາການລັກລອບປູກຝີ່ນຂອງປະຊາຊົນ ແລະ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ.
ໃນປີ 2024 ທີ່ຜ່ານມາ, ເມືອງປາກທາ ມີປາກົດການຫຍໍ້ທໍ້ເກີດຂື້ນທັງໝົດ 25 ເລື່ອງ: ມີຜູ້ຖືກຫາ 27 ຄົນ, ຍິງ 01 ຄົນ, ໃນໜຶງປີຜ່ານມາມີ ຄະດີຢາເສບຕິດ: ມີ 9 ເລື່ອງ: ມີຜູ້ຖືກຫາ 12 ຄົນ, ຍິງ 0 ຄົນ ຍືຶດຂອງກາງປະເພດຢາບ້າໄດ້ 4,364 ເມັດ ຄະດີອາຍາເສດຖະກິດ: ມີ 16 ເລື່ອງ: ມີຜູ້ຖືກຫາ 15 ຄົນ.
ຈາກນັ້ນຫົວໜ້າ ປກສ ກຸ່ມບ້ານ ແຕ່ລະກຸ່ມໄດ້ ປະກອບຄຳເຫັນຕາມຄຳຖາມເຈາະຈີ້ມ ເຊິ່ງໄດ້ຍົກໃຫ້ເຫັນບັນຫາທີ່ເກີດຂື້ນໃນເມືອງປາກທາ ໂດຍສະເພາະບັນຫາທີ່ເກີດຂື້ນໃນກຸ່ມບ້ານ ເປັນຕົ້ນແມ່ນ: ບັນຫາກຳລັງຂອງ ປກສ ກຸ່ມບ້ານ, ພາຫະນະຮັບໃຊ້ພາຍໃນກຸ່ມ, ຂໍ້ຄັດແຍ້ງຂອງປະຊາຊົນເລື່ອງທີ່ດີນ-ສັດລ້ຽງ, ບັນຫາສີ່ງເສບ ຕິດ, ບັນຫາອຸປະກອນຮັບໃຊ້ພາຍໃນກຸ່ມບ້ານ.
ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ພ້ອ ຈັນທະລາ ໄຊຍະວົງ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງບໍ່ ແກ້ວ. ທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່: ສືບຕໍ່ສຸມໃສແກ້ ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງ, ສືບຕໍ່ວຽກງານ ກວດກາ, ຊອກຮູ້, ເກັບກຳຂ່າວ, ປະມວນຂ່າວ-ສືບຂ່າວການເມືອງ, ເສດຖະກິດ-ເຕັກນິກວິທະຍາສາດ-ເຕັກໂນໂລ ຊີ, ກໍ່ສ້າງ, ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທົ່ວກຳລັງ ປກສ ເມືອງ ໃຫ້ມີຄຸນທາດ ການເມືອງຫນັກແຫນ້ນ, ມີຈັນຍາບັນ-ຈັນຍາທໍາ, ຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ຜູ້ນໍາ, ຕໍ່ພໍ່ແມ່ປະຊາຊົນ ບັນດາເຜົ່າດ້ວຍຫຼາຍຮູບການ, ວີທີການ ແລະ ຫຼາຍເນື້ອໃນຢາງເປັນປົກກະຕິ ໃຫ້ເຂົ້າໃຈເຖິງໜ້າທີ່ການເມືອງ ແລະ ໜ້າທີ່ວຽກງານທີ່ຕົນເອງໄດ້ຮັບມອບໝາຍ, ກຳແຫນ້ນລະບົບໂຄງຮາງການຈັດຕັ້ງຢູ່ສຳນັກງານ-ອົງການ, ແຂກພາຍ ໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ແລະ ອື່ນໆ.
Cr: ຂ່າວ ກອງບັນຊາການ ປກສ ເມືອງປາກທາ




