ຫ້າມເຊື່ອມຕໍ່ລະບົບໂທລະຄົມ-ອິນເຕີເນັດ ເຂົ້າ-ອອກ ລາວ ໂດຍບໍ່ໄດ້ຮັບອະນຸຍາດ

ເພື່ອຮັບປະກັນຄວາມປອດໄພທາງດ້ານໄຊເບີ ແລະ ປ້ອງກັນການຫລອກລວງ ຂອງພວກກຸ່ມຄົນບໍ່ດີ ແລະ ກຸ່ມສໍ້ໂກງຊັບທາງໂທລະຄົມ (Call Center) ຕ່າງໆ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ກຳນົດຂໍ້ຫ້າມເຖິງບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດ ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ.
ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫລງຂ່າວວ່າ: ໃນໄລຍະຜ່ານມາ ຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການ ຈຳນວນສອງສະບັບ: ເລກທີ 147/ຫກ.ອດທ ແລະ ເລກທີ 148/ຫກ.ອດທ ລົງວັນທີ 24 ມັງກອນ 2025 ກ່ຽວກັບການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາ ຄົມກັບຕ່າງປະເທດ ເຊິ່ງເຫັນວ່າ ເນື້ອໃນຍັງບໍ່ຈະແຈ້ງ ແລະ ບໍ່ທັນມີຄວາມຄົບຖ້ວນ ຊັດເຈນ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ໃນການຄຸ້ມຄອງວຽກງານ ເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ຕາມບັນດານິຕິກຳ ທີ່ໄດ້ອອກໃນໄລຍະຜ່ານມາ, ຈຶ່ງເຮັດໃຫ້ສັງຄົມ ເກີດມີຄວາມສັບສົນ ເຂົ້າໃຈໄປໃນຫລາຍທິດທາງແຕກຕ່າງກັນ.
ດັ່ງນັ້ນ, ຫ້ອງການກະຊວງ ໄດ້ອອກແຈ້ງການເຖິງບັນດາ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ເພື່ອຊາບຄືນໃໝ່ ດັ່ງນີ້: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ຊຸກຍູ້ສົ່ງເສີມການນຳໃຊ້ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມ ສາມາດເຂົ້າເຖິງໄດ້ຢ່າງປອດໄພ ເພື່ອຮັບປະກັນ ການຫັນເປັນດີຈິຕອນ ຢູ່ ສປປ ລາວ ໂດຍໄດ້ກຳນົດຂໍ້ຫ້າມ ເຖິງບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ ເພື່ອຮັບປະກັນຄວາມປອດໄພທາງດ້ານໄຊເບີ ແລະ ປ້ອງກັນການຫລອກລວງຂອງພວກກຸ່ມຄົນບໍ່ດີ ແລະ ກຸ່ມ Call Center ຕ່າງໆ; ບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບໍລິສັດ ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມ ກົດໝາຍ ແລະ ລະບຽບການກ່ຽວກັບການເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍຜ່ານບັນດາຈຸດເຊື່ອມຕໍ່ກັບ ຕ່າງປະເທດ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດຢ່າງເຂັ້ມງວດ; ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານ ການເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ເພື່ອຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບໂທລະຄົມມະນາຄົມ ແລະ ອິນເຕີເນັດ ຂອງ ສປປ ລາວ ຢ່າງເຂັ້ມງວດ.
ແຈ້ງການສະບັບນີ້, ປ່ຽນແທນແຈ້ງການຂອງຫ້ອງການກະຊວງສະບັບເລກທີ 147/ຫກ.ອດທ, ລົງວັນທີ 24 ມັງກອນ 2025 ແລະ ແຈ້ງການສະບັບເລກທີ 148/ຫກ.ອດທ, ລົງວັນທີ 24 ມັງກອນ 2025.
ຂ່າວ: ທະນູທອງ ພາບ: ກຕສ


