ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫ່ຍ ຄັ້ງທີ Vl ຂອງອົງຄະນະພັກກອງບັນຊາການທະຫານແຂວງເຊກອງ

Feb 14, 2025

ກອງປະຊຸມໃຫ່ຍ ຄັ້ງທີ Vl ຂອງອົງຄະນະພັກກອງບັນຊາການທະຫານແຂວງເຊກອງ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງເຊກອງ ໄຂຂຶ້ນໃນວັນທີ 13 ກຸມພານີ້ ທີ່ສະໂມສອນແຂວງເຊກອງ. ມີ ສະຫາຍ ເຫຼັກໄຫລ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຜ່ານຮ່າງບົດສຳຫຼວດການນໍາພາ-ຊີ້ນຳລວມ ຂອງອົງຄະ ນະພັກ ສະໄໝທີ V ແລະ ມີການປະກອບຄໍາຄິດ ຄໍາເຫັນ ຂອງຜູ້ແທນກອງປະຊຸມ ເພື່ອເຮັດໃຫ້ທິດທາງແຜນການຈັດຕັ້ງປະຕິ ບັດມີຜົນສໍາເລັດດີຂຶ້ນກວ່າເກົ່າ.
ຈາກນັ້ນ, ຈະໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານພັກ ກອງບັນຊາການທະຫານແຂວງເຊກອງ ສະໄໝທີ VI; ປ່ອນບັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງເຊກອງ ຄັ້ງທີ XI ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ພ້ອມນັ້ນ, ໄດ້ຮັບຟັງການໂອ້ລົມ ຂອງສະຫາຍປະທານກອງປະຊຸມ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ບັນລຸຕາມແຜນການວາງເອົາໄວ້.
Cr: ອັດສະວິນ