ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ເມືອງກາສີ ມີຄະດີເກີດຂື້ນທັງຫມົດ 79 ລາຍ

Feb 14, 2025

ປີຜ່ານມາ ເມືອງກາສີ ມີຄະດີເກີດຂື້ນທັງຫມົດ 79 ລາຍ
ກອງບັນຊາການ ປກສ ເມືອງກາສີ, ແຂວງວຽງຈັນ ສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2024 ແລະ ວາງທິດ ທາງແຜນການວຽກງານຈຸດສຸມປີ 2025 ໃນຕອນເຊົ້າຂອງວັນທີ່ 13 ກຸມາ 2025 ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ ເຈົ້າເມືອງກາສີ ຜູ້ຊີ້ນຳວຽກງານ ປກຊ-ປກສ ເມືອງ.
ພັທ ແກ້ວອຸດອນ ວົງສາລາດ ຮອງເລຂາຄະນະພັກຮາກຖານ ຮອງກອງບັນຊາການ ປກສ ເມືອງ ໄດ້ຂື້ນຜ່ານບົດສະຫຼຸບໂດຍໄດ້ຍົກໃຫ້ເຫັນບາງຕອນວ່າ: ໃນໄລຍະ 1 ປີຜ່ານມາ ຢູ່ເມືອງກາສີ ມີຄະດີເກີດຂື້ນທັງຫມົດ 79 ລາຍ, ຄະດີອາຍາເກີດຂື້ນ 27 ລາຍ, ຄະດີລັກສັບ 14 ລາຍ, ຊື້-ຂາຍຊັບຜິດກົດາຍ 1 ລາຍ, ສໍ້ກົງສັບ 4 ລາຍ, ທຳຮ້າຍຮ່າງ່າຍ 4 ລາຍ, ການເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະວັງ 1ລາຍ, ຄາດຕະກຳ 2ລາຍ, ການລັກຕັດໄມ້ຫວງຫ້າມ 1ລາຍ, ມີຜູ້ຖືກາ 34 ຄົນ, ຍິງ 6 ຄົນ. ຄະດີຢາເສບ ຕິດ 16 ລາຍ, ມີຜູ້ຖືຫາ 26 ຄົນ, ຍິງ 9 ຄົນ, ຍຶດຂອງກາງປະ ເພດຢາບ້າໄດ້ 3.307 ເມັດ.
ສ່ວນຄະດີອຸປະຕິເຫດເກີດຂື້ນ 49 ລາຍ, ມີຜູ້ໄດ້ຮັບບາດ ເຈັບທັງໝົດ 77 ຄົນ, ຍິງ 35 ຄົນ. ຝາກດັດສ້າງ 60 ຄົນ, ສົ່ງສູນຕານປ່ຽວ 22 ຄົນ, ສຶກສາອົບຮົມສົ່ງຄືນຜູ້ປົກອງ 61 ຄົນ ແລະ ອື່ນໆ.
ປັດຈຸບັນ, ເມືອງກາສີ ມີບ້ານປ້ອງກັນຄວາມສະຫງົບດີ 49 ບ້ານ, ມີ 6.323 ຄອບຄົວ, ຍັງບໍ່ໄດ້ຂື້ນທະບຽນສຳມະໂນຄົວ 7 ຄອບຄົວ, 35 ຄົນ, ຍິງ 17 ຄົນ, ຂື້ນສຳມະໂນຄົວໃຫມ່ 91 ຄອບ ຄົວ, ປ່ຽນປື້ມສຳມະໂນຄົວໃຫມ່350 ຄອບຄົວ, ໄດ້ອອກປື້ມພັກເຊົາ 240 ຫົວ, ເຮັດບັດປະຈຳຕົວໄດ້ 2.303 ຄົນ, ຍິງ 1.220 ຄົນ. ຄຽງຄູ່ກັບຜົນງານດ້ານດີກໍ່ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.
ຫລັງຈາກນັ້ນ ແຕ່ລະພະແນກການກໍ່ໄດ້ຜັດປ່ຽນກັນຂື້ນປະ ກອບຄຳຄິດເຫັນໃສ່ບົດສະຫຼຸບ ເພື່ອແກ້ໄຂຂໍ້ຂາດຕົກບົກຜ່ອງໃຫ້ມັນສົມບູນຂື້ນ.
ຕອນທ້າຍ, ທ່ານ ອຳໄພ ໂສລັດຕະນະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຫລາຍໆດ້ານທີ່ຍາດຜົນງານດີເດັ່ນມາໄດ້ໃນໄລຍະຜ່ານມາ ພ້ອມທັງເໜັ້ນໜັກຫລາຍບັນຫາເປັນຕົ້ນແມ່ນ ດ້ານກາງເມືອງແນວຄິດຂອງຖັນແຖວພະນັກງານພາຍໃນກົມກອງ, ການປະຕິ ບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນປະກົດການຫຍໍ້ທໍ້ທາງສັງຄົມ, ການແກ້ໄຂບັນຫາຢາເສບຕິດ, ການຄຸ້ມຄອງຄົນເຂົ້າ -ອອກເມືອງຢ່າງເຂັ້ມງວດ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ໆຕົນເອງຮັບຜິດຊອບໃຫ້ມີຜົນສຳເລັດເປັນຢ່າງດີເຮັດໃຫ້ເມືອງກາສີຂອງພວກເຮົາ ເປັນເມືອງທີ່ມີຄວາມສະຫງົບສຸກດີ.
ພາບ-ຂ່າວ: ນາງ ສາຍສະໝອນ.