ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ບັນດາການນຳຂັ້ນສູງ ຫວຽດນາມ

Feb 14, 2025

ລັດຖະມົນຕີຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ບັນດາການນຳຂັ້ນສູງ ຫວຽດນາມ
ໃນໂອກາດການເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງ ຄົມນິຍົມ ຫວຽດ ນາມ ຢ່າງເປັນທາງການ, ໃນວັນທີ 13 ກຸມພາ 2025, ທີ່ ນະຄອນຫຼວງ ຮ່າໂນ້ຍ; ສະຫາຍ ທອງສະຫວັນ ພົມວິ ຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບບັນດາ ສະຫາຍ ການນຳຂັ້ນສູງ ສສ. ຫວຽດນາມ ຄື: ສະຫາຍ ເລື່ອງ ເກືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ; ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ, ນາຍົກ ລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ຕາມລຳດັບ.
ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິ ຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດນຳພາຄະນະ ເຂົ້າຢ້ຽມຂ່ຳນັບບັນດາ ສະຫາຍ ການນຳຂັ້ນສູງ ພັກ-ລັດຖະບານ ແຫ່ງ ສສ. ຫວຽດນາມ ໃນຄັ້ງນີ້, ເຊິ່ງຖືເປັນການຢ້ຽມຢາມຄັ້ງທຳ ອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະ ມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະ ທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ມາຍັງ ສະຫາຍ ຄູ່ຮ່ວມຕຳແໜ່ງຝ່າຍ ຫວຽດນາມ.
ພ້ອມນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ອັນໃຫຍ່ ຫຼວງ ທີ່ ພັກ-ລັດ ຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດ ນາມ ແລະ ການບໍລິຫານອັນເດັດດ່ຽວຂອງລັດຖະບານ, ເຮັດໃຫ້ປະເທດຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ບົດບາດ ແລະ ອິດທິພົນຂອງ ສສ. ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ.
ສະຫາຍ ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເຊິ່ງຈະໄດ້ພົບປະປຶກສາ ຫາລືສອງຝ່າຍກັບ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດ ນາມ ໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືສອງປະ ເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະການຊອກ ຫາມາດຕະການຕ່າງໆ ໃນການຊຸກຍູ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນ ຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 47 ໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງສຸດ, ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນການເປັນເສນາ ທິການໃຫ້ແກ່ ສອງພັກ, ສອງລັດ ແລະ ແລກປ່ຽນທັດສະນະຢ່າງກົງໄປກົງມາຖານ ສະຫາຍອ້າຍນ້ອງ ກ່ຽວກັບບາງສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ.
​ ພິເສດ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ທີ່ມີລັກສະນະຍຸດ ທະສາດ ໃຫ້ມີຄວາມຄືບຫນ້າ, ໄດ້ຮັບຜົນ ສຳເລັດ ແລະ ເປັນຮູບປະທຳ ເຊິ່ງ ພັກ-ລັດຖະບານ ແລະ ປະຊາຊົນ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຈາກ ພັກ-ລັດ ຖະບານ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.
ໃນຂະນະດຽວກັນ, ບັນດາ ສະຫາຍ ການນຳຂັ້ນສູງ ພັກ- ລັດຖະບານ ຫວຽດນາມ ຕ່າງກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິ ຫານ ທີ່ນຳພາຄະນະມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ- ສອງລັດຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ, ສະແດງຄວາມຂອບໃຈຕໍ່ການນຳເອົາຄວາມຢື້ຢາມຖາມຂ່າວອັນປະເສີດ ຈາກ ສະຫາຍ ການນຳຂັ້ນສູງ ພັກ-ລັດຖະບານ ລາວ.
ພ້ອມນັ້ນ ກໍ່ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ຈົ່ງສືບຕໍ່ຮັດແຫນ້ນການຮ່ວມມືກັນຢ່າງໃກ້ ຊິດ ໂດຍສະເພາະ ການເປັນເສນາທິການໃຫ້ແກ່ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາ ໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນ ສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຍິ່ງໆຂຶ້ນ, ສະໜັບສະ ໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາ ຊົນທັງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ, ອວຍພອນໃຫ້ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງຫມັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ