ການສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ມີຫລາຍວິທີ ເພື່ອປັບປ່ຽນເຮັດໃຫ້ເສດຖະກິດຄອບຄົວ ດີຂຶ້ນເທື່ອລະກ້າວ, ກ້າວຂຶ້ນເປັນຄອບຄົວຕົວແບບ ແລະ ພົ້ນທຸກ ຕ້ອງໄດ້ມີຄວາມອົດທົນ, ພະຍາຍາມ ດັ່ງຄອບຄົວຂອງ ສະຫາຍ ພິມຈັນ ອາຍຸ 48 ປີ ຢູ່ບ້ານ ສົບວັດ ເມືອງປາກແຊງ, ແຂວງຫຼວງພະບາງ.

ສະຫາຍ ພິມຈັນ ໄດ້ກ່າວເຖິງຜົນສຳເລັດຂອງຕົນເອງ ໃນໂອກາດຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກແຊງຄັ້ງທີ VII ໃນວັນທີ 13 ກຸມພາ 2025 ນີ້ວ່າ: ໃນຄອບຄົວມີ 4 ຄົນ, ຍິງ 1 ຄົນ, ປັດຈຸບັນມີ ມີແຮງງານຕົ້ນຕໍ 2 ແຮງງານ, ໃນເມື່ອກ່ອນໄດ້ຍຶດຖືອາຊີບເຮັດໄຮ່ປູກເຂົ້າ ລ້ຽງເປັດ-ໄກ່, ເຮັດສວນ ແລະ ຊອກຫາເຄື່ອງປ່າຂອງດົງມາຂາຍ ເຫັນວ່າບໍ່ພຽງພໍກັບຄາມຕ້ອງການຂອງເສດຖະກິດຄອບຄົວ, ຍ້ອນແນວທາງຂອງພັກ-ລັດ ກໍ່ຄືທິດທາງແຜນພັດທະນາຂອງອົງຄະນະພັກເມືອງປາກແຊງ ເຫັນຄວາມສຳຄັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງໄດ້ມີການສົ່ງເສີມປູກໝາກນ້ຳມັນເຄືອເປັນສິນຄ້າ ໂດຍຊຸກຍູ້ໃຫ້ບໍລິສັດ ທັນໃຈ ການກະເສດ ເປັນຜູ້ລົງທຶນ ເມືອເຫັນໂອກາດດີແບບນັ້ນ ຕົນເອງຈຶ່ງໄດ້ຫັນປ່ຽນອາຊີບ ມາປູກໝາກນ້ຳມັນເຄືອ ໃນປີ 2017 ໂດຍໄດ້ຊື້ແນວພັນແກ່ນໝາກນໍ້າມັນເຄືອນຳບໍລິສັດຈຳນວນ 6 ກິໂລ, ມາປູກໃນເນື້ອທີ່ 1 ເຮັກຕາເຄິ່ງ ໂດຍໄດ້ຮັບການແນະນໍາວິທີການປູກ ທາງດ້ານເຕັກນິກຈາກວິຊາການ ຢ່າງຖືກຕ້ອງ, ເຊິ່ງໄດ້ຮັບຜົນຜະລິດພຽງແຕ່ 500 ກິໂລ, ຂາຍໃນລາຄາ 20,000 ກີບຕໍ່ກິໂລເປັນເງິນ 10,000,000 ກີບ, ມາຮອດປີ 2018 ລາຄາເກັບຊື້ແກ່ນໝາກນໍ້າມັນເຄືອຕົກຕໍ່າ ຈຶ່ງຢຸດການປູກ ແລ້ວຫັນມາປູກຫຍ້າລ້ຽງສັດ ໃນເນື້ອທີ່ 3 ເຮັກຕາ ຕິດພັນກັບການລ້ຽງງົວ-ຄວາຍ ຈໍານວນ 15 ໂຕ, ສາມາດຂາຍສັດໄດ້ເງີນທັງໝົດ 128,000,000 ກີບ.
ມາຮອດປີ 2022 ລາຄາໝາກນໍ້າມັນເຄືອ ມີລາຄາສູງຂື້ນ 44,000 ກີບຄໍ່ກິໂລ ຈຶ່ງກັບຄືນມາປູກຕື່ມ ໃນເນື້ອທີ່ 1 ເຮັກຕາ, ຜົນຜະລິດໄດ້ 800 ກິໂລ, ສາມາດຂາຍໄດ້ເງິນ 35,200,000 ກີບ, ປີ 2023 ຂະຫຍາຍຕື່ມ 1 ເຮັກຕາ ລວມເປັນ 2 ເຮັກຕາ, ຜົນຜະລິດໄດ້ 1,200 ກິໂລ ຂາຍລາຄາ 42,000 ກີບຕໍ່ກິໂລ ເປັນເງິນ 50,400,000 ກີບ. ປີ 2024 ໄດ້ຂະຫຍາຍເນື້ອທີ່ປູກຕື່ມອີກເຄີ່ງເຮັກຕາ ຮອດປັດຈຸບັນເກັບໄດ້ແລ້ວ 266 ກິໂລ, ຂາຍໃນລາຄາ 33,000 ກີບຕໍ່ກິໂລ ແລະ ທັງໄດ້ຂາຍແຂມຕື່ມອີກ,
ສັງລວມລາຍຮັບຈາກການຂາຍສັດ, ຂາຍແຂມ ແລະ ໝາກນໍ້າມັນເຄືອ ສະເລ່ຍແລ້ວປະມານ 80,000,000 ກີບຕໍ່ປີ ສະເລ່ຍໄດ້ 13,340,000 ກີບຕໍ່ຄົນຕໍ່ປີ. ຖ້າທຽບໃສ່ ໃນເມືອກ່ອນ ກັບປັດຈຸບັນ ມີຄວາມແຕກຕ່າງກັນຫຼາຍ, ປັດຈຸບັນພາຍໃນຄອບຄົວ ມີເຮືອນແໜ້ນໜາຖາວອນໄດ້ 1 ຫຼັງ, ລົດຈັກ 2 ຄັນ, ດິນສວນໝາກນໍ້າມັນເຄືອ 2 ເຮັກຕາເຄິ່ງ, ສວນຫຍ້າ 3 ເຮັກຕາ, ດິນຈັບຈອງ 2 ເຮັກຕາ, ມີງົວ 26 ໂຕ, ໝູ 10 ໂຕ ແລະ ສັດປີກຈໍານວນໜຶ່ງ, ສາມາດສົ່ງລູກຮຽນສາຍສາມັນ ແລະ ໄປສຶກສາວິຊາຊີບຢູ່ຕ່າງປະເທດ, ທັງມີຊັບສີນແຮ່ໄວ້ໃນຄອບຄົວ ຕື່ມອີກ.
ແຜນການໃນປີ 2025 ສະຫາຍ ພິມຈັນ ຈະສຸມໃສ່ປົກປັກຮັກສາສວນປູກໝາກນໍ້າມັນເຄືອ, ທັງລ້ຽງງົວໃຫ້ເພີມຂື້ນປີລະ 5 ໂຕ, ສູ້ຊົນປູກຢາງພາລາໃຫ້ໄດ້ 1 ເຮັກຕາ, ສ້າງລາຍຮັບສະເລ່ຍ ໃຫ້ໄດ້ 100,000,000 ລ້ານກີບຕໍ່ປີ.


