ທຳລາຍສວນຝິ່ນຢູ່ບ້ານນໍ້າຜານ້ອຍ ເມືອງລ້ອງແຈ້ງ

ວັນທີ 12 ກຸມພາ 2025 ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ລົງສົມທົບກັບພະແນກ ສະກັດກັ້ນ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ປກສ ເມືອງ, ກຳລັງປ້ອງກັນຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 37 ສະຫາຍ ລົງເຄື່ອນໄຫວກວດກາ ແລະ ທໍາລາຍສວນຝິ່ນທີ່ປະຊາຊົນໄດ້ລັກລອບປູກຢູ່ຂອບເຂດບ້ານນ້ໍ້າຜານ້ອຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງມີເນື້ອທີ່ 1 ກວ່າເຮັກຕ້າ.
ວິທີການທໍາລາຍສວນຝິ່ນໃນຄັ້ງນີ້ແມ່ນໃຊ້ພ້າຖາງ, ໄມ້ຟາດ ແລະ ຫຼົກຕົ້ນອ່ອນຖິ້ມເພື່ອບໍ່ໃຫ້ສາມາດເກັບກ່ຽວເອົາຜົນລະປູກໄດ້ ພ້ອມທັງນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມ-ກ່າວເຕືອນ ຊີ້ແຈ້ງ ສ້າງຮັບຮູ້-ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ແລະ ຜົນຮ້າຍຂອງຢາເສບຕິດ.
ໃນໄລຍະຜ່ານມາພະແນກຄວບຄຸມ ແລະ ສະກັດກັ້ນຢາເສບ ຕິດ ປກສ ແຂວງ ໄດ້ເອົາໃຈໃສ່ລົງເຄື່ອນ ໄຫວໂຄສະນາ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ໄພ ອັນຕະລາຍຂອງຢາ ເສບຕິດ ໂດຍສະເພາະແມ່ນຢາຝິ່ນເຊິ່ງເປັນສານກະຕຸ້ນ ທີ່ອອກ ລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດ ຢາບ້າ, ເຮໂລອິນ ແລະ ສ່ວນປະສົມໃນການຜະລິດຢາປະເພດອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ທັງເປັນອັນຕະລາຍຕໍ່ສຸຂະພາບ ທັງເປັນສາເຫດທີ່ພາໃຫ້ເກີດມີປະກົດ ການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ຂ້າເຈົ້້າເອົາຂອງ ແລະ ອື່ນໆ.
Cr: ປກສ ແຂວງໄຊສົມບູນ





