ປກສ ເມືອງວຽງທອງ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024

ໃນວັນທີ 13 ກຸມພາ 2025 ຜ່ານມາກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມຂອງກອງບັນຊາການດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ພັທ ປທ ວຽງດາວັນ ໄຊຍະເສນ ຄະນະປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ, ເປັນກຽດເຂົ້າຮ່ວມພ້ອມທັງໂອ້ລົມ ຂອງ ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ມີຄະນະພັກ, ຄະນະບັນຊາ, ພະນັກງານພາຍໃນກົມກອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພັທ ຕູ່ ລາວຢ່າງ ຫົວໜ້າພະແນກຫ້ອງການ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງແຜນການຈຸດສຸມ ປີ 2025 ເຊີ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ. ທົ່ວເມືອງມີພະນັກງານ ປກສ ທັງໝົດ 117 ສະຫາຍ, ຍິງ 11 ສະຫາຍ. ຜ່ານມາຄະນະພັກ, ຄະນະບັນຊາໄດ້ເອົາໃຈໃສ່ເປັນເຈົ້າການນຳພາ-ຊີ້ນຳພະນັກງານ, ນັກຮົບ ໃຫ້ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະ, ເອົາໃຈໃສ່ປັບປຸງກຳລັງຢູ່ຮາກຖານເຮັດໜ້າທີ່ສຶກສາອົບຮົມພໍ່, ແມ່ປະຊາຊົນ, ຍົກສູງສະຕິເປັນເຈົ້າການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເປັນເຈົ້າການຜັນຂະຫຍາຍ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນການແກ້ໄຂບັນຫາຢາເສບຕິດ, ສາມາດປະກາດຮັບຮອງ 34 ບ້ານທົ່ວເມືອງເປັນບ້ານປ້ອງກັນຄວາມສະຫງົບດີ, ໜຶ່ງປີຜ່ານມາມີຄະດີເກີດຂຶ້ນທັງໝົດ 91 ເລື່ອງ, ກັກຜູ້ກະທຳຜິດໄດ້ 118 ຄົນ, ຍິງ 19 ຄົນ,ໃນນີ້ມີຄະດີອາຍາທົ່ວໄປ 30 ລາຍ, ຜູ້ຖືກຫາ 39 ຄົນ, ຍິງ 2 ຄົນ, ຄະດີເສດຖະກິດ 8 ລາຍ, ຜູ້ຖືກຫາ 11 ຄົນ, ຍິງ 2 ຄົນ, ສົມທຽບໃສ່ປີ 2023 ແມ່ນຫຼຸດລົງ 38 ລາຍ, ດຳເນີນແລະແກ້ໄຂຄະດີຢາເສບຕິດເກີດຂຶ້ນທັງໝົດ 24 ລາຍ, ກັກຜູ້ຕ້ອງຫາໄດ້ 66 ຄົນ, ຍິງ 15 ຄົນ, ຍຶດຂອງກາງປະເພດຢາບ້າ 4.855 ເມັດ, ກັນຊາແຫ້ງ 802 ກິໂລກຼາມ, ຄໍລະເຈນ 125 ຊອງ,ຢາສູບໄຟຟ້າ 7 ອັນ,ໃບກະທ່ອມ 4,6 ກິໂລກຼາມ, ນ້ຳກະທ້ອມ 12 ລິດ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງພ້ອມສົ່ງ ປກສ ແຂວງ 24 ລາຍ, ແລະ ວຽກງານອື່ນໆກໍ່ໄດ້ເຄື່ອນໄຫວຕາມພະລະບົດບາດ. ຈາກນັ້ນຕາງໜ້າບັນດາພະແນກໄດ້ຜັດປ່ຽ່ນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການເພື່ອຄວາມເປັນເອກະພາບແລ້ວ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ອາລຸນສັກ ປະທໍາມະວົງ ເລຂາພັກເມືອງວຽງທອງ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ທ່ານໄດ້ໃຫ້ຄຳເຫັນຊີ້ນຳຕໍ່ຄະນະພັກ, ຄະນະບັນຊາ,ນາຍ ແລະ ພົນຕໍາຫຼວດຈົ່ງເອົາໃຈໃສ່ປະຕິບັດຕາມສິດພາລະບົດບາດຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ພ້ອມກັນແກ້ໄຂບັນຫາ 4 ເຖື່ອນໃຫ້ໝົດໄປ, ພະນັກງານຕ້ອງມີຄວາມສາມັກຄີປັບປູງກຳລັງຂອງຕົນຢູ່ຮາກຖານບ້ານໃຫ້ເຂັ້ມແຂງໜັກແໜ້ນ ເປັນແບບຢ່າງທີ່ດີໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ຕ້ອງເດັດດ່ຽວ ສະກັດກັ້ນບໍ່ໃຫ້ກຸ່ມຄົນບໍ່ຫວັງດີເຂົ້າມາກໍ່ຄວາມບໍ່ສະຫງົບ ຢູ່ພາຍໃນເມືອງໂດຍສະເພາະກຸ່ມຄົນທີ່ສວຍໃຊ້ສາດສະໜາໄປທາງທີ່ຜິດກົດໝາຍໃຫ້ຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ.
ພາບ-ຂ່າວ: ທອງວັນດີ




