ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມ ຄັ້ງທີ VIII

Feb 14, 2025

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ຄັ້ງທີ VIII ໄດ້ສໍາເລັດລົງໃນວັນທີ 14 ກຸມພານີ້ ທີ່ເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງ ຈັນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 118 ສະຫາຍ ຍິງ 14 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາ ຊິກພັກທົ່ວເມືອງ 1,367 ສະຫາຍ.
ກອງປະຊຸມໄດ້ເອກະພາບສູງ ຮັບຮອງເອົາບົດລາຍງານການ ເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025- 2029) ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນໍາພາ- ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຜ່ານມາ ແລະ ກອງປະຊຸມໄດ້ວາງຄາດໝາຍສູ້ຊົນຄື: ເພີ່ມທະວີບົດບາດການນຳພາ, ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ, ຮັບປະກັນເຮັດໃຫ້ເມືອງຊະນະຄາມສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປັບປຸງສ້າງກຳລັງປະກອບອາວຸດໃຫ້ເຂັ້ມແຂງກາຍເປັນກໍາລັງຫຼັກແຫຼ່ງນຳໜ້າການປົກປັກຮັກສາເຂດນໍ້າແດນດີນຂອງຕົນ, ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນເພີ່ມທະວີຄວາມສາມັກຄີປອງ ດອງຂອງປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ, ສູ້ຊົນໃຫ້ເສດຖະ ກິດຂອງເມືອງຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງຖືກທິດສະເລ່ຍ 6.2% ຮອດປີ 2029, ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049.01 ຕື້ກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44.30 ລ້ານກີບ ສະເລ່ຍເຂົ້າກິນໃຫ້ໄດ້ 930ກິໂລ/ຄົນ/ປີ, ສຸມໃສ່ພັດທະນາຊັບ ພະຍາກອນມະນຸດແນໃສ່ສ້າງບຸກຄະລະກອນທີ່ມີຄວາມຮູ້, ຄວາມ ສາມາດ ແລະ ຫັນເປັນໜຸ່ມເທື່ອລະກ້າວ.
ໃນກອງປະຊຸມ, ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງຄະນະບໍລິຫານງານພັກເມືອງຊະນະຄາມ ສະໄໝທີ VIII ມີຈຳນວນ 23 ສະຫາຍ, ຍິງ 3 ສະຫາຍ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນຄັ້ງທີ VII ຊຶ່ງປະກອບມີຜູ້ແທນສົມບູນ 17 ສະຫາຍ ຍິງ 3 ສະຫາຍ ແລະ ສຳຮອງ 2 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ ຍິງ 1 ສະຫາຍ,ໄດ້ເອກະພາບເລືອກເອົາ ສະຫາຍ ແກ້ວ ພິມມະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ດອນ ລາດຊະວົງ ແລະ ສະຫາຍ ບຸນຊ່ວງ ວັນສີ ເປັນຮອງເລຂາ, ໄດ້ເອກະພາບເລືອກເອົາສະຫາຍ ບົວໄລ ລາຊະພົນ ເປັນປະທານກວດກາພັກເມືອງ, ສະຫາຍ ແສງດາວ ສຸກສະຫວັນ ແລະ ສະຫາຍ ນາງ ອໍາມອນ ທໍາມະວົງ ເປັນຮອງປະ ທານ.
ໃນໂອກາດນີ້ ສະຫາຍ ຄຳພັນ ສິດທິດຳພາ ໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ຕ້ອງຮີບຮ້ອນນຳເອົາເນື້ອ ໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ລົງເຜີຍແຜ່ເຊື່ອມຊຶ່ມສູ່ຮາກຖານພັກ, ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະ ຊາຊົນບັນດາເຜົ່າ-ທຸກຊັ້ນຄົນໃນທົ່ວເມືອງໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ເພີ່ມທະວີຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວ ອອກເປັນໂຄງການ, ແຜນການໃຫ້ລະອຽດພ້ອມທັງນຳພາການຈັດຕັ້ງທຸກຂະແໜງການຂັ້ນເມືອງ, ຂັ້ນບ້ານ ແລະ ປະຊາຊົນບັນດາເຜົ່າມີສ່ວນຮ່ວມປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນແຕ່ລະໄລຍະໃຫ້ເກີດຜົນເປັນຈິງ.