ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງປາກແຊງ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກແຊງ ຄັ້ງທີ VII ແຂວງຫຼວງພະບາງ ໄດ້ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 14 ກຸມພາ 2025 ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄີ່ງ, ທີ່ສະໂມສອນຫຼັງໃໝ່ຂອງເມືອງ.
ກອງຊຸມໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ປີ 2019-2024 ທັງ 2 ພາກ ແລະບົດສໍາຫຼວດການນໍາພາລວມຂອງຂອງຄະນະບໍລິຫານງານພັກເມືອງ ຊຸດທີ VI ຍົກໃຫ້ເຫັນໝາກຜົນແຫ່ງການນໍາພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງຄະນະພັກເມືອງ ຕະຫຼອດໄລຍະ 5 ປີຜ່ານມາ ສາມາດເຮັດໃຫ້ ເມືອງປາກແຊງ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງທີ່ຈຳເປັນ ໄດ້ຮັບການກໍ່ສ້າງຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວ ແປງດີຂຶ້ນເປັນກ້າວໆ, ຂົງເຂດວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາ ໄປຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດ, ລະ ບົບການເມືອງ ໄດ້ມີການປັບປຸງໜັກແໜ້ນ, ເຂັ້ມແຂງກ່ວາເກົ່າ. ສັງລວມແລ້ວຕະຫຼອດໄລຍະ 5 ປີແຫ່ງການຊີ້ນຳ – ນໍາພາ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ VI ໄດ້ເຮັດໃຫ້ ເມືອງປາກແຊງ ມີການຫັນປ່ຽນດີຂຶ້ນຫຼາຍດ້ານ ແລະຖືກທິດ.
ພ້ອມນີ້, ໄດ້ຕີລາຄາຄືນກ່ຽວກັບດ້ານອ່ອນ ແລະຂໍ້ຄົງຄ້າງຈໍານວນໜຶ່ງ ເຊິ່ງເປັນສາເຫດ ແລະບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ເພື່ອກໍານົດຄຳຂັວນຂອງເມືອງ ແຕ່ນີ້ຮອດປີ 2029 ຄື “ຕັ້ງໜ້າປັບປຸງການນໍາພາ ຂອງຄະນະພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ສ້າງເງື່ອນໄຂໃຫ້ເມືອງປາກແຊງ ເປັນເມືອງພົ້ນທຸກ, ຊຸກຍູ້ການລ້ຽງສັດໃຫຍ່, ປູກພືດອຸດສາຫະກໍາ ເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ” ພ້ອມທັງຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະບັນດາໜ້າວຽກຈຸດສຸມ ຈຳນວນໜື່ງ ເປັນ ຕົ້ນ ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ໃນລະດັບສະເລ່ຍ 5,89% ຕໍ່ປີ, ລວມຍອດມູນຄ່າລາຍຮັບພາຍໃນ (GO) ໃຫ້ໄດ້ 491 ຕື້ 647 ລ້ານກີບຕໍ່ຕໍ່ປີ, ສະເລ່ຍລາຍຮັບໃຫ້ໄດ້ 19 ລ້ານ 5 ແສນກວ່າກີບຕໍ່ ຄົນຕໍ່ປີ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາບ້ານ ແລະຄອບຄົວຕົວແບບ ທີ່ໄດ້ຢັ້ງຢືນເຖິງຜົນງານການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງ ສະໄໝທີ VI ຜ່ານມາ ເຮັດ ໃຫ້ກອງປະຊຸມ ມີບັນຍາກາດ, ມີເນື້ອໃນອຸດົມສົມບູນ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ VII ຈຳນວນ 27 ສະຫາຍ, ຍິງ 2 ສະຫາຍ ແລະປ່ອນເລືອກຕັ້ງເອົາຜູ້ແທນສົມບູນຈຳນວນ 14 ສະຫາຍ, ຍີງ 1 ສະຫາຍ ແລະຜູ້ແທນສໍາຮອງ 2 ສະຫາຍ ຍີງ 1 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນອົງຄະນະພັກແຂວງ.
ຜ່ານການປ່ອນບັດ ແລະດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາຄະນະປະຈໍາພັກ 9 ສະຫາຍ ຍີງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ດວງເພັດ ຢວນໄຊສົມແພງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມສະນິດ ເຮືອງມະນີ ແລະສະຫາຍ ບຸນມີ ຄຸນນະຂັນຕີ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນມີ ຄຸນນະຂັນຕີ ເປັນປະທານຄະນະກວດກາພັກ, ສະຫາຍ ທອງຈັນ ວັນປະເສີດວ່າງ ແລະສະຫາຍ ສີໄຫວ ບຸນປະເສິດ ເປັນຮອງປະທານຄະນະກວດກາພັກ.
ກອງປະຊຸມ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນ ກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງປາກແຊງຊຸດໃໝ່ ສຸມໃສ່ບັນຫາການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະ ນາເສດຖະກິດ-ສັງຄົມ, ການພັດທະນາຂົງເຂດອົງການຈັດຕັ້ງມະຫາຊົນ ຕາມຄວາມອາດສາມາດ ແລະສອດຄ່ອງກັບທ່າແຮງຂອງທ້ອງຖິ່ນ ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການບຳລຸງກໍ່ສ້າງພັກ, ພະນັກງານ ແລະລະບອບແບບ ແຜນ ວິທີການນຳພາຂອງຄະນະພັກ ອັນໄດ້ເປັນທິດຊີ້ນຳໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ຕະ ຫຼອດເຖິງປະຊາຊົນບັນດາເຜົ່າໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ໃຫ້ປະກົດຜົນເປັນຈິງ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ




