ກະຊວງການຕ່າງປະເທດ ສປປ ລາວ ແລະ ສະວິດ ປຶກສາຫາລືດ້ານການເມືອງ ຄັ້ງທີ 4

ໃນວັນທີ 14 ກຸມພາ 2025 ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດກອງປະ ຊຸມປຶກສາຫາລືທາງດ້ານການເມືອງ ຄັ້ງທີ 4 ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອກອັກຄະລັດຖະທູດ ເຮັນຣີສ ສະເລັນເບີກ (Heinrich Schellenberg), ຜູ້ຊ່ວຍຮອງລັດຖະມົນຕີ (Assistant State Secretary) ຮັບຜິດຊອບຂົງເຂດອາຊີ ແລະ ປາຊີຟິກ, ທັງເປັນຫົວໜ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ, ພ້ອມທັງ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ມາຍັງ ທ່ານ ທູດ ເຮັນຣີສ ສະເລັນເບີກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຮັດວຽກ ແລະ ເປັນປະທານຮ່ວມ ໃນກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 4 ທີ່ ນະຄອນຫຼວງວຽງຈັນ ໃນຄັ້ງນີ້. ກອງປະຊຸມດັ່ງກ່າວ ແມ່ນກົນໄກປົກກະຕິ ຊຶ່ງຈັດຂື້ນໃນທູກໆສອງປີ ເພື່ອປຶກສາຫາຫລືທາງດ້ານການເມືອງຂອງສອງກະຊວງການຕ່າງປະເທດ ໂດຍຜັດປ່ຽນກັນເປັນເຈົ້າພາບ. ຈຸດປະສົງກອງປະຊຸມ ແມ່ນສຸມໃສ່ການທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປືກສາຫາລື ກ່ຽວກັບ ທິດທາງການພົວພັນຮ່ວມມືໃນຕໍ່ໜ້າ, ຊຶ່ງເປັນໂອກາດດີໃນການສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ.
ກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ຕີລາຄາຄືນ ການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 3 ຜ່ານມາ ທີ່ໄດ້ຈັດຂຶ້ນ ໃນເດືອນພຶດສະພາ 2022 ທີ່ ນະຄອນຫຼວງເບີນ, ປະເທດ ສະວິດ, ໂດຍສະເພາະ ໄດ້ທວນຄືນຄວາມຄືບໜ້າຂອງການຮ່ວມມືສອງຝ່າຍ, ການແລກປ່ຽນທັດສະນະກ່ຽວກັບການຮ່ວມມືໃນຫຼາຍດ້ານ, ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ-ສັງຄົມ, ການຮ່ວມມືເພື່ອການພັດທະນາ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ, ພ້ອມທັງການວາງແນວທາງຍຸດທະສາດການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນິ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາ, ລວມທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.
ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສປປ ລາວ ແລະ ສະວິດ ມີການພົວພັນຮ່ວມມືທີ່ດີນຳກັນ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ຊຶ່ງສະແດງອອກ ດັ່ງນີ້: ສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ລະຫວ່າງ ການນໍາຂັ້ນສູງ.
ສຳລັບ ກອງປະຊຸມປຶກສາຫາລືຄັ້ງນີ້ ບໍ່ພຽງແຕ່ເປັນກົນໄກການປຶກສາຫາລືຢ່າງເປັນປະຈຳ ແຕ່ຍັງແມ່ນການສ້າງເງື່ອນໄຂຄວາມສະດວກໃຫ້ແກ່ການຮ່ວມມືພັດທະ ນາໃນຂະແໜງການຕ່າງໆ ກ້າວໄປເຖິງການພົວພັນແລກປ່ຽນຂັ້ນສູງໃນອະນາຄົດ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທາງດ້ານການເມືອງອັນໜັກແໜ້ນຂອງສອງລັດຖະບານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ມີມາຍາວນານ ແລະ ການຮ່ວມມືຢ່າງສ້າງສັນ, ຮັບປະກັນຜົນປະໂຫຍດຮ່ວມກັນ ແລະ ຄວາມຜາສຸກຂອງສອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນ ສະວິດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແກ່ ສປປ ລາວ ທັງດ້ານທຶນຮອນ ແລະ ດ້ານວິຊາ ການ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕະຫຼອດໄລຍະຜ່ານມາ, ລວມທັງການສະໜັບສະໜູນ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາໃນອະນາຄົດ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ





