ທ່ານ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍລິຄຳໄຊ

ໃນວັນທີ 13-14 ກຸມພາ ນີ້, ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນ ກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ສອນທະ ນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ສະຫາຍ ສອນທະນູ ທຳມະວົງ ໄດ້ລາຍງານສະ ພາບລວມໂດຍຫຍໍ້ຂອງແຂວງ ໃນໄລຍະຜ່ານມາ ຊຶ່ງສະຫາຍໃຫ້ຮູ້ວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈັດຕັ້ງກໍາ ລັງ ປກສ ລົງຮາກຖານການເມືອງ ຢູ່ເຂດຈຸດສຸມຫຼໍ່ແຫຼມໃຈກາງ, ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ ແລະ ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດທີ່ແຂວງກໍານົດ; ສຸມໃສ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ຂົງເຂດເສດຖະກິດປີ 2024 ຂະຫຍາຍຕົວ 5,29% ລວມຍອດຜະລິດຕະພັນພາຍໃນແຂວງ GPP ປະຕິບັດໄດ້ 13,907.9 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ບັນລຸ 41 ລ້ານກວ່າກີບ ຫຼື 1,950 ໂດລາ, ຂະແໜງກະສິກໍາ-ປ່າໄມ້ ຂະຫຍາຍຕົວ 3.22% ກວມເອົາ 36.28% ຂອງ GPP, ຂະແໜງອຸດສາຫະກໍາ-ກໍ່ສ້າງ ຂະຫຍາຍຕົວ 3.79% ກວມເອົາ 42.4% ຂອງ GPP, ຂະແໜງບໍລິການ ຂະຫຍາຍຕົວ 9.53% ກວມເອົາ 21.32% ຂອງ GPP, ສຸມໃສ່ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ທັງ ໝົດ 1,725.82 ຕື້ກີບ ເທົ່າກັບ 121.37% ຂອງແຜນປີ; ແກ້ ໄຂໜີ້ສິນການລົງທຶນຂອງລັດ ທີ່ຕິດພັນກັບວາລະແຫ່ງຊາດ ຊຶ່ງສາມາດປະຕິບັດໄດ້ 322 ໂຄງການ, ມູນຄ່າ 98.91 ຕື້ກີບ;ໃນນີ້: ນໍາໃຊ້ເງິນບ້ວງເກີນແຜນປີ 2023 ຈໍານວນ 51.17 ຕື້ກີບ ເຮັດ ໃຫ້ສາມາດປົດໂຄງການອອກຈາກສາລະບານແຜນລົງທຶນໄດ້ 78 ໂຄງການ, ມູນຄ່າ 13.90 ຕື້ກີບ; ເອົາໃຈໃສ່ຕິດຕາມຄຸ້ມຄອງລາ ຄາສິນຄ້າ ແລະ ຄ່າບໍລິການ ແລະ ຕາມຊຸກຍູ້ຫົວໜ່ວຍທຸລະກິດ ໃຫ້ເຂົ້າເຖິງແຫຼ່ງທຶນໃນບ້ວງຕ່າງໆໄດ້ 86 ຫົວໜ່ວຍ ມູນຄ່າ 1,132 ຕື້ກວ່າກີບ; ສາມາດສ້າງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະ ພັນ ທົ່ວແຂວງ ໄດ້ 16 ຫົວໜ່ວຍ, ສິນຄ້າໂອດັອບ 138 ລາຍ ການ; ສໍາລັບວຽກງານກວດກາພັກ-ລັດ ແມ່ນໄດ້ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງການກວດສອບປະຈໍາປີ 2023 ມີທັງໝົດ 11 ພາກສ່ວນ; ຮັບ ແລະ ຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ທັງ ໝົດ 43 ສະບັບ, ຮັບເຂົ້າໃໝ່ 30 ເລື່ອງ; ແກ້ໄຂສໍາເລັດ20 ເລື່ອງ, ສືບຕໍ່ຕິດຕາມ ແລະ ຄົ້ນຄວ້າແກ້ໄຂ 23 ສະບັບ; ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຄັ້ງທີ VIII ທົ່ວອົງຄະນະພັກແຂວງໄດ້ອອກມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງຄະນະພັກແຂວງ ສະບັບເລກທີ 375/ຄປພ.ຂບຊ, ລົງວັນທີ 31 ສິງຫາ 2023; ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງຄະນະພັກແຂວງ ສະບັບເລກທີ 402/ຄປພ.ຂບຊ, ລົງວັນທີ 9 ຕຸລາ 2023, ວຽກງານບຸກຄະລາກອນປັດຈຸບັນສໍາເລັດການດໍາເນີນກອງປະ ຊຸມໃຫຍ່ແລ້ວ 5 ເມືອງ.
ສໍາລັບຮາກຖານພັກອ້ອມຂ້າງແຂວງ ທີ່ຮອດວາລະດໍາເນີນກອງປະຊຸມໃຫຍ່ມີ 966 ຮາກຖານພັກ, ເປີດກອງປະຊຸມໃຫຍ່ຂອງຕົນ ສໍາເລັດ 870 ຮາກຖານພັກ, ຍັງບໍ່ທັນສໍາເລັດ 96 ຮາກຖານ, ສໍາເລັດການເອົາເນື້ອໃນເຂົ້າໃນຮ່າງລາຍງານການເມືອງໂດຍພື້ນຖານຕາມບົດແນະນໍາ (ສະບັບປັບປຸງ) ສະບັບເລກທີ 05 ຂອງຫ້ອງວ່າການສູນກາງພັກ ແລະ ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VIII (2026-2030) ຕາມຄໍາແນະນໍາເລກທີ 3545 ຂອງກະຊວງແຜນການ ແລະ ການລົງທຶນ; ສ່ວນພາກສະຫຼຸບ (2021-2025) ດ້ານເນື້ອໃນການສະຫຼຸບຕີລາຄາຕາມ 6 ເປົ້າໝາຍ 21 ວຽກງານຈຸດສຸມ; ພາກທິດທາງແຜນການ 5 ປີ (2026-2030) ແມ່ນໄດ້ສືບຕໍ່ 6 ເປົ້າໝາຍ ແລະ 26 ວຽກຈຸດສຸມ ທີ່ໄດ້ກໍານົດໄວ້.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ສະຫາຍ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະປະຈຳພັກແຂວງບໍລິຄຳໄຊ ກ່ຽວກັບບັນຫາຕ່າງໆທີ່ພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນແມ່ນການແກ້ໄຂບັນຫາເສດຖະກິດການເງິນ, ບັນຫາກ່ຽວກັບການບຸກລຸກທີ່ດິນຂອງລັດ, ການຕັດໄມ້ທຳລາຍປ່າ ແລະ ການຂຸດຄົ້ນບໍ່ແຮ່ໃຫ້ສຳຫຼວດກວດກາເບິ່ງແຕ່ລະບັນຫາ ເມື່ອເຫັນບັນຫາແລ້ວກໍໃຫ້ພ້ອມກັນແກ້ໄຂ ພ້ອມນີ້ ການເຄື່ອນ ໄຫວວຽກງານກວດກາແມ່ນໃຫ້ເບິ່ງທິດທາງໃນຕໍ່ໜ້າວຽກຈຸດ ສຸມຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024 ໃຫ້ເບິ່ງແຕ່ລະບັນຫາ ແລ້ວປຶກສາຫາລືກັນໃນຄະນະກວດກາ ເບິ່ງວ່າແຂວງບໍລິຄຳໄຊມີຈັກປະເດັນບັນຫາ ບັນຫາລວມແມ່ນຫຍັງ, ປະເດັນບັນຫາທີ່ເຄັ່ງຮ້ອນທີ່ຕ້ອງໄດ້ແກ້ແມ່ນຫຍັງ ໃຫ້ມີການວາງແຜນການຄາດຄະເນການເຄື່ອນໄຫວຂອງອົງການກວດກາ, ແຜນເຄື່ອນໄຫວລວມຂອງຄະນະປະຈຳ, ປັບປຸງວຽກງານຕິດຕາມ, ກວດກາໃນທຸກຂະແໜງການ ໃຫ້ບັນດາສະຫາຍຄະນະປະຈຳກໍຄືສະຫາຍເລຂາພັກແຂວງປັບປຸງແລ້ວພ້ອມກັນຄົ້ນຄວ້າປະກອບຄຳເຫັນຫຼັງຈາກນັ້ນກໍໃຫ້ເປັນເອກະ ພາບກັນຜັນຂະຫຍາຍຕິດພັນກັບການກະກຽມກອງປະຊຸມໃຫຍ່ ແລະ ສຸມໃສ່ແກ້ບັນຫາທີ່ຮີບດ່ວນຢູ່, ວຽກງານກວດກາແມ່ນວຽກງານລວມຂອງຄະນະປະຈຳ, ມີການແກ້ໄຂບັນຫາເປັນໝູ່ຄະ ນະ, ເປັນບັນຫາທີ່ຕ້ອງໄດ້ໃຊ້ຄວາມທົດສອບຈຸດຢືນຂອງຄະນະນຳໃຫ້ມີຄວາມຮັບຜິດຊອບຮ່ວມກັນ ໃຫ້ພ້ອມກັນເບິ່ງບັນຫາອັນໃດທີ່ຄຸມເຄືອບໍ່ສາມາດແກ້ໄດ້.
Cr: ຕູ່ນາ ເລົ່າຖາວອນ




