ຄວາມຄືບໜ້າເຫດໄຟໄໝ້ຢູ່ແຂວງອຸດົມໄຊ ຮອດເວລາ 15 ໂມງ ເສຍຊິວິດ 4 ຄົນ

ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ລາຍງານມາຮອດເວລາ 15 ໂມງຂອງມື້ນີ້ວ່າ: ເຫດການໄຟໄໝ້ຮ້ານຂາຍເຄື່ອງອາໄຫລ່ລົດຂອງບໍລິສັດ ຊິນເຢີການຄ້າຂາເຂົ້າ-ຂາ ອອກ ຈຳກັດ ທີ່ບ້ານ ນາໝີ ເມືອງໄຊ ແຂວງອຸດົມໄຊ ໄຟໄດ້ລຸກໄໝ້ຢ່າງໄວວາ.
ຫລັງຈາກນັ້ນເກີດມີການລະເບີດຢ່າງຮຸນແຮງຂຶ້ນ ເຮັດໃຫ້ໄຟໄໝ້ຮຸນແຮງຂຶ້ນ ແລະການລະເບີດດັ່ງກ່າວ ໄດ້ສົ່ງຜົນກະທົບເປັນວົງກວ້າງ ເຮັດໃຫ້ເຮືອນພໍ່ແມ່ປະຊາຊົນອ້ອມຂ້າງພາຍໃນບ້ານນາໝີ ໄດ້ຮັບຄວາມເປ່ເພເສຍຫລາຍຫລັງ.
ເຈົ້າໜ້າທີ່ຕຳຫລວດມອດໄຟ, ທະຫານ ແລະໜ່ວຍກູ້ໄຟ ແລະ ພາກສ່ວນອື່ນໆ ໄດ້ເຂົ້າຊ່ວຍເຫຼືອຢ່າງຮີບ ເຊິ່ງໃຊ້ເວລາໃນການມອດໄຟເປັນເວລາ 3 ຊົ່ວໂມງກວ່າໄຟຈິ່ງໄດ້ດັບມອດລົງ.
ຜົນເສຍຫາຍໃນເບື້ອງຕົ້ນ ໄຟໄດ້ໄໝ້ບັນດານ້ຳມັນເຄື່ອງ ອາ ໄຫລ່ ລວມທັງລົດໃຫຍ່ຫລາຍຄັນ ແລະ ຮ້ານເປເພເສຍຫາຍ ພ້ອມນັ້ນກໍ່ມີເຮືອນຂອງປະຊາຊົນອ້ອມຂ້າງເປເພເສຍຫາຍ ເປັນຈຳນວນຫລວງຫລາຍ, ໃນທີ່ເກີດເຫດ ພົບເຫັນຜູ້ເສຍຊີວິດ 4 ຄົນ ແລະບາດເຈັບຈຳນວນໜຶ່ງ.
ສ່ວນລາຍລະອຽດສາເຫດ ແລະ ຜົນເສຍຫາຍ ເຈົ້າໜ້າທີ່ກຳລັງສືບສວນສອບສວນ ແລະສັງລວມຜົນເສຍຫາຍ ແລ້ວຈະລາຍງານໃຫ້ຮັບຊາບຕາມພາຍຫລັງ.





